ຄວນປ່ຽນໄດ້ແລ້ວ 8ນິໄສທີ່ບໍ່ຄວນເຮັດ ຖ້າຢາກເປັນຄົນລວຍຂື້ນ


ບໍ່ວ່າໃຜກໍຢາກລວຍກັນໝົດແລະຫຼາຍຄົນເຊື່ອວ່າການມີວຽກເຮັດມີຮລາຍໄດ້ຫຼາຍໆ ຈະຊ່ວຍໃຫ້ເຂົາລວຍໄດ້ ແຕ່ຮູ້ຫຼືບໍ່ວ່າບາງຄັ້ງການມີລາຍໄດ້ສູງກໍບໍ່ໄດ້ເຮັດໃຫ້ເຮົາລວຍໄດ້ສະເໝີໄປ

ເພາະອຸປະສັກຈາກການໃຊ້ຈ່າຍເງີນທີ່ຟຸ່ມເຟືອຍນັ້ນເອງ ທີ່ເຮັດໃຫ້ເຮົາມີແຕ່ຈົມລົງ ແຖມບໍ່ພໍໃຊ້ຕະຫຼອດເດືອນອີກດ້ວຍ ເພາະດັ່ງນັ້ນແລ້ວຫາກໃຜມີ 8ນິໄສດັ່ງນີ້ໍຈະເຮັດໃຫ້ທຸກຍາກ:


1.ເອົາແຕ່ນັ່ງຖ້າໂຊກຊະຕາ: ການນັ່ງຖ້າໂຊກຊະຕາບໍ່ໄດ້ຊ່ວຍໃຫ້ເຮົາດີຂື້ນໄດ້ສະເໝີໄປ ຄວາມຈິງຢູ່ທີ່ບາງຄົນອາດຈະຟຸກ ຈົນມີເງີນເປັ້ນລ້ານໄດ້ ແຕ່ນັ້ນກໍເປັນພຽງ 1% ໃນລ້ານຄົນເທົ່ານັ້ນ ເພາະດັ່ງນັ້ນຖ້າເຮົາຢາກລວຍ ແຕ່ຍັງມົວແຕ່ຖ້າໂຊກຊະຕາທີ່ຈະລວຍຂື້ນ ແລ້ວປ່ຽນມາພະຍາຍາມເຮັດວຽກເກັບອອມເງີນດີກວ່າ


2.ໄລ່ຕາມທຸກກະແສແຟຊັ່ນ: ທຸກມື້ນີ້ຄົນເຮົາເສບຕິດກະແສແຟຊັ່ນເປັນຈຳນວນຫຼາຍ ເຊິ່ງກໍມັກຈະສົ່ງຜົນຕໍ່ການເງີນຂອງເຮົາສະເໝີ ບໍ່ວ່າຈະເປັນແຟຊັ່ນເສື້ອຜ້າ,ເກີບແລະກະເປົາແບນແນມຫຼືຈະເປັນເທັກໂນໂລຊີໃໝ່ໆ ມັນຈະເຮັດໃຫ້ເຮົາເສຍເງີນໄປໂດຍບໍ່ມີປະໂຫຍດ.


3.ເງີນເດືອນຫຼາຍກໍໃຊ້ຈ່າຍຫຼາຍຂື້ນ: ຈາກທີ່ເຄີນຄິດວ່າຕ້ອງຫາລາຍໄດ້ ໃນແຕ່ລະເດືອນໃຫ້ຫຼາຍຂື້ນ ເພື່ອທີ່ຈະມີເງີນໃຫ້ພໍໃຊ້ແລະມີເງີນເກັບອອມ ແຕ່ຍິ່ງມີເງີນເດືອນຫຼາຍເທົ່າໃດກໍຍິ່່ງໃຊ້ຈ່າຍຫຼາຍຂື້ນເທົ່ານັ້ນ
4.ຢາກໄດ້ຫຍັງກໍໃຊ້ຈ່າຍໂດຍທີ່ບໍ່ສົນໃຈລາຄາ: ຢາກໄດ້ຫຍັງກໍຊື້ ຢາກໄດ້ຫຍັງກໍຈ່າຍ ເປັນອີກນິໄສທີ່ພາທຸກຍາກ ຢ່າລືມວ່າດຽວນີ້ບໍ່ວ່າສິ່ງໃດກໍແພງໄປໝົດ ເຊິ່ງຫາກຊື້ໂດຍບໍ່ເບິ່ງລາຄາແລະບໍ່ເບິ່ງເງີນໃນກະເປົາຂອງຕົນເອງແບບນີ້ກໍບໍ່ລວຍຈັກເທື່ອ


5.ໃຊ້ຊີວິດເຮຮາ ຫາເງີນເພື່ອໂດຍສະເພາະ: ຊີວິດຂອງຄົນເຮົາຫາກຄິດແຕ່ພຽງຈຸດສັ້ນໆວ່າຕ້ອງການຫາເງີນໃຫ້ພໍໃຊ້ຈ່າຍ ໃນມື້ນີ້ເທົ່ານັ້ນແຕ່ໃຫ້ມີເງີນພໍສຳລັບທ່ຽວເທົ່ານັ້ນ ເຮົາກໍຈະວົນວຽນກັບການຫາເງີນໃຊ້ໄປໃນແຕ່ລະມື້ເທົ່ານັ້ນ
6.ບໍ່ສົນການຈົດບັນທຶກ ລາຍຮັບ-ລາຍຈ່າຍ: ຫຼາຍຄົນເບິ່ງວ່າການຈົດບັກທຶກ-ລາຍຮັບລາຍຈ່າຍນັ້ນບໍ່ມີຄວາມສຳຄັນ ເຊິ່ງກໍມັກຈະບໍ່ສົນໃນຈຸດນີ້ໄປ ແຕ່ຮູ້ຫຼືບໍ່ວ່າການຈົດບັນທຶກລາຍຮັບ-ລາຍຈ່າຍຈະເປັນຫົນທາງໃຫ້ເຮົາມີເງີນລ້ານໄດ້ໄວ


7.ບໍ່ເປັນຫຍັງ ແລ້ວຈື່ງຄ່ອຍອອມເງີນ: ຄວາມຄິດນີເປັນຕົວການຮ້າຍທີ່ເຮັດໃຫ້ເຮົາບໍ່ມີມືລວຍ ຮູ້ຫຼືບໍເພາະເມື່ອເຮົາມົວແຕ່ທັດມື້ວ່າຄ່ອມອອມເງີນ ເງີນເດືອນທີ່ມີຢູ່ກໍຈະໝົດໄປໃນຄ່າໃຊ້ຈ່າຍຈຸກຈິກ
8.ກໍ່ໜີ້ແບບໍ່ມີມື້ພັກ: ການກໍ່ໜີ້ໃນບ່ອນນີ້ ບໍ່ໄດ້ໝາຍເຖິງການກູ້ຢືມພຽງຢ່າງດຍວ ແຕ່ຍັງໝາຍເຖິງການຊື້ສິນຄ້າ ເງີນຜ່ອນອີກດ້ວຍ ເພາະເມື່ອເຮົາຊື້ຜ່ອນ ເຮົາກໍຈະຕ້ອງຫາເງີນມາຜ່ອນເປັນປະຈຳທຸເດືອນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page