6 ວິທີໃຊ້ຊີວິດ ຈະເຮັດແນວໃດ ຫາກລາຍໄດ້ຫຼຸດລົງ ເງີນຕິດລົບບໍ່ພໍໃຊ້

ເຊື່ອວ່າຫຼາຍຄົນຕ້ອງພົບບັນຫາເງີນຕິດລົບໝູນເງີນບໍ່ທັນ ຢືມເງີນຈາກບ່ອນນັ້ນບ່ອນໜີ້ ຈົນເຮັດຫໃຫ້ໜີ້ທ້ວມຫົວ ພໍຮອດທ້າຍເດືອນກໍໃຊ້ແຕ່ໜີ້ ໝູນນັ້ນໝູນນີ້ບໍ່ມີເງີນເກັບຈັກເທື່ອ

ແຕ່ຫຼາຍຄົນບໍ່ຮູ້ວ່າຈະເຮັດແນວໃດ ມື້ນີ້ເຮົາຈະນຳສະເໜີ 6ວິທີການໃຊ້ຊີວິດຫາກມື້ໜື່ງຊີວິດຂອງໃຜຫຼາຍຄົນພົບບັນຫາໃນການມູນເງີນບໍ່ທັນມີດັ່ງລຸ່ມນີ້:
1.ຕັ້ງສະຕິໄວ້ກ່ອນ: ປັບປ່ຽນພຶດຕິກຳຂອງຕົນເອງ ຢຸດສ້າງໜີ້ເພີ່ມ ໂດຍເດັດຂາດບໍ່ວ່າຈະຕ້ອງລຳບາກເທົ່າໃດ ທີ່ສຳຄັນຕ້ອງຢຸດຫາໜີ້ໃມ່ມາຈ່າຍໜີເກົ່າ ເພາະຈະເຮັດໃຫ້ເປັນໜີ້ແບບງູກິນຫາງ


2.ຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ: ອັນດັບທຳອິດຕ້ອງບັນທຶກລາຍຮັບ-ລາຍຈ່າຍ ຂອງຕົນເອງທຸກມື້ ໃນແຕ່ລະເດືອນມີລາຍໄດ້ຈາກບ່ອນໃດແດ່ ພໍໃຊ້ຈ່າຍຫຼືບໍ່ຫຼືໃນແຕ່ລະເດືອນຕ້ອງໃຊ້ຈ່າຍຫຍັງແດ່.
3. ສຳຫຼວດພາລະໜີ້ສິນທີ່ມີຢູ່: ຄວນແບ່ງແຍກປະເພດໜີ້ສິນທີ່ມີ,ແຍກປະເພດໜີ້ ຈຳນວນໜີ້ອັດຕາດອກເບ້ຍທີ່ຕ້ອງຊຳລະ ອັດຕາຂັ້ນຕໍ່າທີ່ຕ້ອງຊຳລະ ຈາກນັ້ນໃຫ້ຄຳນວນຍອດໜີ້ທັງໝົດ,ຄຳນວນລາຍໄດ້ທັງໝົດ.


4.ໜີ້ສຳຄັນຈ່າຍກ່ອນ: ໂດຍສະເພາະໜີ້ຜ່ອນເຮືອນ,ຜ່ອນລົດ ສ່ວນໜີ້ບັດເຄດີດຫຼືໜີ້ສິນເຊື່ອສ່ວນບຸກຄົນໃຫ້ຈ່າຍເທົ່າທີ່ຈ່າຍໄດ້ ໂດຍເລືອກຈ່າໜີ້ທີ່ມີດອກເບ້ຍສູງກ່ອນ ແລະຕິດຕໍ່ໍຂໍຜ່ອນຈ່າຍໃນແຕ່ລະເດືອນ
5.ຮຽນຮູ້ວິທີແກ້ບັນຫາໜີ້: ຈ່າຍຂັ້ນຕໍ່າເພື່ອຮັກສາບັນຊີແລະເຄດິດ ວິທີນີ້ເໝາະກັບຜູ້ທີ່ມີໜີ້ບໍ່ຫຼາຍ ອາດຈະມີໜີ້ພຽງ 2-3ບັນຊີ ແນະນຳໃຫ້ຈ່າຍຂັ້ນຕໍ່າຕາມໃບຮຽກເກັບເງີນຫຼືຈ່າຍໃຫ້ຫຼາຍກວ່າຂັ້ນຕໍ່າຈັກເລັກໜ້ອຍ


6.ຫາຊ່ອງທາງສ້າງລາຍໄດ້ເພີ່ມ: ຕາມຫຼັກຄວາມເປັນຈິງແລ້ວເມື່ອເງີນໝົດ ກໍຕ້ອງຫາເພີ່ມປຽບເມືອນໍ້າໃນອ່າງ ໝົດກໍຕ້ອງເພີ່ມ ໃຜທີ່ເປັນໜີ້ ເງີນຕິດລົບລອງສຳຫຼວດຕົນເອງວ່າມີສິ່ງຂອງຫຍັງຂາຍໄດ້ ມີຄວາມສາມາດຫຍັງຫຼືເບິ່ງຫາອາຊີບເສີມສ້າງລາຍໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page