ຢູເຄຼນເລີ່ມລຳບາກ! ທືນມີໜ້ອຍບໍ່ມີຈ່າຍເງີນເດືອນທະຫານທີ່ກຳລັງສູ້ຮົບກັບຣັດເຊຍ
ດ້ວຍການທີ່ຊ່ວຍເລືອດ້ານການເງີນຈາກຕາເວັນຕົກມາຮອດລ່າຊ້າ ຢູເຄຼນຖືກບີບໃຫ້ຕ້ອງພິມເງີນຈ່າຍຄ່າຈ້າງທະຫານຂອງເຂົາທີ່ກຳລັງສູ້ຮົບກັບຣັດເຊຍຢູ່ໃນຕອນນີ້
ເຊເກ ມາເຊໂກ ລັດຖະມົນຕີຄັງຢູເຄຼນ ໃຫ້ສຳພາດກັບສື່ມວນຊົນສະຫະລັດວ່າ
ເຂົາຕ້ອງປະເຊີນກັບເລື່ອງເຈັບຫົວຢ່າງຕໍ່ເນື່ອງໃນຄວາມພະຍາຍາມຮັກສາສົມດູນລະຫວ່າງຄ່າໃຊ້ຈ່າຍໃນການເຮັດສົງຄາມກັບລາຍໄດ້ຈາກການຈັດເກັບພາສີທີ່ຕ່ຳລົງ ຫຼັງເສດຖະກິດຖືກທຸບທຳລາຍຈາກການສູ້ຮົບທີ່ຍືກເຍື້ອມາເກືອບ 6ເດືອນ
ລັດຖະມົນຕີທ່ານນີ້ບອກວ່າເກືອບ 60% ຂອງງົບປະມານຖືກໃຊ້ໄປກັບການສູ້ຮົບ ດັ່ງນັ້ນເຂົາຈື່ງຈຳເປັນຕ້ອງຕັດລາຍຈ່າຍທີ່ບໍ່ຈຳເປັນທັງໝົດ ແຕ່ມັນຍັງບໍ່ພຽງພໍ ເນື່ອງຈາກລາຍໄດ້ທາງພາສີຄິດເປັນສັດສ່ວນພຽງ 40%ເທົ່ານັ້ນຂອງການໃຊ້ຈ່າຍຂອງພາກລັດ
ກ່ອນໜ້ານີ້ຄຽບເຄີຍບອກວ່າ ພວກເຂົາຕ້ອງການເງີນ 5.000ລ້ານໂດລາຕໍ່ເດືອນ ໃນການບໍລິຫານປະເທດແລະຈະບໍ່ສາມາດຢູ່ລອດໄດ້ຫາກປາສະຈາກຄວາມຊ່ວຍເຫຼືອຈາກຕາເວັນຕົກ ແນວໃດກໍຕາມຄວາມເປັນຈິງຄືເງີນກູ້ແລະເງີນຊ່ວຍເຫຼືອແບບໃຫ້ຫວ່າງເປົ່າ ທີ່ບັນດາຜູ້ສະໜັບສະໜູນຕ່າງປະເທດສັນຍາຈະມອບໃຫ້ຢູເຄຼນນັ້ນມາເຖິງລ່າຊ້າກວ່າທີຄາດໝາຍໄວ້.