6 ປະໂຫຍດຂອງເຕົ້າຮູ້ ອາຫານໂປຼຕິນສູງດີຕໍ່ຮ່າງກາຍ
1.ຄວາມສ່ຽງໂລກຫົວໃຈແລະຫຼອດເລືອດ: ໄອໂຊຟາໂວນ ສານທີ່ມາຈາກຖົ່ວເລືອງ ຊ່ວຍຫຼຸດລະດັບຄໍເລດເຕີລໍບໍ່ດີລົງໄດ້ ເຖິງການບໍລິໂພກຖົ່ວເຫຼືອງໃນແຕ່ລະມື້ ສາມາດຫຼຸດຄວາມສ່ຽງຕໍ່ໂລກຫົວໃຈແລະຫຼອດເລືອດ ລວມທັງມີຜົນເຮັດໃຫ້ນໍ້າໜັກຕົວແລະຄໍເລດເຕີລໍຫຼຸດລົງ
2.ຫຼຸດຄວາມສ່ຍງໂລກມະເຮັງເຕົ້ານົມ: ຜູ້ຍິງທີ່ບໍລິໂພກຜະລິດຕະພັນຖົ່ວເຫຼືອງຢ່າງໜ້ອຍອາທິດລະ 1ຄັ້ງ ມີຄວາມສ່ຽງຕໍ່ມະເຮັງເຕົ້ານົມຫຼຸດລົງ 48-56%
3.ປ້ອງກັນໂລຫິດຈາງ: ໂລຫິດຈາງເກີດຂືນເມື່ອຮ່າງກາຍຂາດທາດເຫຼັກຢ່າງຮຸນແຮງ ເຮັດໃຫ້ຈຳນວນເຊວເມັດເລືອດແດງຫຼຸດລົງ ແລະ ເຕົ້າຮູ້ກໍເປັນແລ່ງທາດເຫຼັກທີ່ດີ ສາມາດຊ່ວຍປ້ອງກັນພາວະໂລຫິດຈາງໄດ້
4.ບຳລຸງກະດູກ: ໄອໂຊຟາໂວນໃນຖົ່ວເຫຼືອງແລະໂປຼຕິນຈາກຖົ່ວເຫຼືອງເຮັດໃຫ້ກະດູກແຂງແຮງຂື້ນ ທັງຍັງຊ່ວຍປ້ອງກັນການສູນເສຍມວນກະດູກ ແລະ ລຸດອັດຕາສ່ຽງຕໍ່ໂລກກະດູກພຸໄດ້
5. ຫຼຸດນ້ຳໜັກ: ການຮັບປະທານເຕົ້າຮູ້ເປັນປະຈຳ ຊ່ວຍໃຫ້ຄວບຄຸມອາຫານໄດ້ຢ່າງມີປະສິດທິພາບເນື່ອງຈາກເຕົ້າຮູ້ມີປະລິມານໄຂມັນຕ່ຳ ແລະ ສາມາດເຮັດໃຫ້ນ້ຳນັກຫຼຸດລົງໄດ້.
6.ເສີມການເຮັດວຽກຂອງໄຕ: ໂປຼຕິນຈາກຖົ່ວເລືອງຊ່ວຍເສີມການເຮັດວຽກຂອງໄຕ ມີປະໂຫຍດທີ່ສຳຄັນຫຼາຍສໍາລັບການຟອກໄຕຫຼືການປູກຖ່າຍໄຕ ນອກນັ້ນແຫ່ທາດທີ່ມີຢູ່ໃນເຕົ້າຮູ້ເຊັ່ນ: ໂປຼຕິນ,ຟໍຟໍຣັດ ເປັນອາຫານເສີມທີ່ດີຕໍ່ໄຕ.