10 ອັນດັບທະເລແລະຫາດຊາຍທີ່ງາມທີ່ສຸດໃນໂລກ
ອັນດັບທີ 1: Fiji ( ຟິຈິ) ເກາະຈຳນວນ ເກາະຈຳນວນ 333ແຫ່ງ ເປັນທີ່ຕັ້ງຂອງຣີສອດທີ່ສວຍງາມ ນ້ຳທະເລໃສແລະຫາດຊາຍສີຂາວບໍລິສຸດ ເປັນຈຸດທີ່ສົມບູນແບບສຳລັບນັກທ້ອງທ່ຽວທີ່ຢາກມາຜ່ອນຄາຍ ນອນອາບແດດຢູ່ຫາດຊາຍ
ອັນດັບທີ 2. Bora Bora ໜື່ງໃນເກາະແຫ່ງ ເຟນໂປລິນີຄືນ້ອຍຂອງແທ້ ໂບຣາ ໂບຣາ ມີຄວາມຍາວພຽງ 6ໄມແລະກວ້າງນ້ອຍກວ່າ 3ໄມ ແຕ່ທຸກພື້ນທີ່ເຕັມໄປດ້ວຍຫາດຊາຍທີ່ສວຍງາມ, ປ່າຂຽວແລະ ຣີສອດສຸດຫຼູທີ່ມີບັງກະໂລເໜືອນ້ຳ ເໝາະສຳລັບການອາບແດດແລະຍ່າງຫຼິ້ນ.
ອັນດັບທີ 3: Maldives: ມີເກາະປະມານ 1.200ແຫ່ງທີ່ໜ້າໄປຫຼາຍ ດ້ວຍຮູບພາບຂອງຫາດຊາຍສີມຸກດຕົ້ນປາມສູງສະຫງ່າ ແລະ ນ້ຳທະເລສີຟ້າ ແຕ່ບັນດາຫາດຊາຍສ່ວນໃຫຍ່ບໍ່ອານຸດຍາດໃຫ້ໃສ່ຊຸດບີກີນີ
ອັນດັບທີ 4: Tahitiຕາຮິຕິເປັນໝູ່ເກາະທີ່ໃຫຍ່ທີ່ສຸດໃນເຟນໂປລິນີເຊຍເປັນທີ່ຮູ້ຈັກກັນດີໃນເລື່ອງຂອງອາຫານ,ປ່າໄມ້ທີ່ຂຽວ,ຣີີສອດຫຼູຫຼາແລະຫາດຊາຍ
ອັນດັບທີ 5 Maui:ເກາະແຫ່ງນີ້ມີທັງຫາດຊາຍນ້ອຍ-ໃຫຍ່ເຊິ່ງເປັນທີ່ນິຍົມຫຼາຍ ໂດຍສະເພາະນັກທ່ອງທ່ຽວທີ່ເດີນທາງມາເປັນຄອບຄົວ ທີ່ຫາດຊາຍ Wailea ມີນ້ຳນິ່ງຄື່ນບໍ່ແຮງແລະມີຣີສອດກັບຮ້ານອາຫານທີ່ດີ
ອັນດັບທີ 6 Whitsunday Islands: ຕັ້ງຢູ່ນອກຊາຍຝັ່ງຕາເວັນອອກສຽງເໜືອຂອງອອັດເຕເລຍ ຕິດກັບແນວປະກາລັງ Great Barrier Reef ຈື່ງເຮັດໃຫ້ອ້ອມຮອບມີລະບົບນິເວດທີ່ເປັນເອກະລັກສະເພາະຕົວ
ອັນດັບທີ 7: Mauritius ເກາະອາຟຣິກາ ທີ່ສວຍງາມແຫ່ງນີ້ເຊິ່ງຕັ້ງຢູ່ທາງຕາເວັນອອກຂອງມາດາກັສກາ ນັກທ່ອງທ່ຽວສ່ວນໃຫຍ່ມັກໄປຫາດຊາຍແຖວຊາຍຝັ່ງດ້ານຕາເວັນຕົກຂອງເກາະເຊັ່ນ: Flic en Flac ແລະ Le Morne ເຊິ່ງມີຫາດຊາຍສີຂາວທີ່່ສວຍງາມແລະຈຸດຊົມວິວຕາເວັນຕົກທີ່ສຸດຍອດ
ອັນດັບທີ 8. St. Lucia ຫາດຊາຍຂອງເຊນລູເຊຍ ອາດມີຂະໜາດນ້ອຍ ກວ່າບ່ອນອື່ນ ແຕ່ກໍສວຍງາມບໍ່ແມ່ນໜ້ອຍ ເຖິງຈະບໍ່ມີຫາດຊາຍທີ່ຍາວແຕ່ກໍມີຄວາມສວຍງາມແລະແນວຝັ່ງທີ່ມີສາກຫຼັງເປັນພູເຂົາຂຽວ
ອັນດັບທີ 9. Cancun ລະດູໃບໄມ້ປົ່ງເປັນຊ່ວງເວລາທີ່ເໝາະກັບການມາແຄນຄູແຫ່ງເມັກຊີໂກ ມີຣີສອດແຄມຫາດຊາຍແລະອອກໄປທ່ຽວຕາມຫາດຊາຍອື່ນໆເຊັ່ນ: Playa Maroma ທີ່ໄດ້ຮັບຄວາມນິຍົມຫຼາຍ ເພາະນ້ຳທະເລໃສ
ອັນດັບທີ 10 ຫາດໄຮ່ເລ ແຫ່ງທະເລອັນດາມັນ ເປັນທີ່ຕັ້ງຂອງຫາດຊາຍລະອຽດ,ນ້ຳທະເລໃສ ແລະພູຜາທີ່ສູງຊັນ ດືງດູດນັກປີນພູມືອາຊີບຈາກທົ່ວໂລກ ແະລມີຖໍ້າທີ່ໜ້າຕື່ນຕາແລະແນວປະກາລັງ.