2ມາດຕາຖານ! ທ້ຳ ໂວຍໂອບາມາເກັບເອກະສານລັບນິວເຄຼຍຄືກັນ ແຕ່ບໍ່ມີໃຜກ້າເຂົ້າກວດຄົ້ນ
ໂດນັນ ທ້ຳ ອາດີີດປະທານາທິບໍດີສະຫະລັດ ໂວຍວາຍກ່ຽວກັບຄວາມ 2ມາດຕາຖານ ຕໍຈາກກໍລະນີເອບບີໄອບຸກເຂົ້າກວດຄົ້ນບ້ານພັກຂອງເຂົາໃນຟໍລິດາ ໃນອາທິດທີ່ຜ່ານມາ ເຊິ່ງກ່າວວ່າເປັນຄວາມພະຍາຍາມຄົ້ນຫາເອກະສານລັບກ່ຽວກັບອາວຸດນິວເຄຼຍ
ທັ້ງນີ້ ທ້ຳ ໂຕ້ແຍ້ງວ່າ ບາລັດໂອບາມາ ປະທານາທິບໍດີຄົນກ່ອນໜ້າເຂົາ ກໍເກັບເອກະສານເກືອບ 33ລ້ານໜ້າໄວ້ເຊັ່ນກັນ ຈຳນວນຫຼາຍເປັນເອກະສານລັບສຸດຍອດແລະກ່ຽວຂ້ອງກັບນິວເຄຼຍ ແຕ່ກໍບໍ່ເຫັນມີສຽງການປະທ້ວງຈາກໜ່ວຍງານແຫ່ງນີ້ ຕອນທີ່ເຂົາອອກຈາກທຳນຽບຂາວ
“ ປະທານາທິບໍດີ ບາຣັດ ຮຸນເຊນ ໂອບາມາ ເກັບເອກະສານໄວ້ 33ລ້ານໜ້າ ຈຳນວນຫຼາຍເປັນເອກະສານລັບສຸດຍອດ ຄິດວ່າຈຳນວນຫຼາຍທີ່ກ່ຽວຂ້ອງກັບລະເບິດນິວເຄຼຍ?
ກ່ອນໜ້ານັ້ນໃນມື້ດຽວກັນ ທ້ຳ ບອກວ່າ “ ປະເດັນອາວຸດນິວເຄຼຍເປັນເລື່ອງປອມເຊັ່ນດຽວກັບປະເດັນຣັດເຊຍ ເລື່ອງຣັດເຊຍເປັນເທັດ ການຖອດຖອນ 2ຮອບເປັນສິ່ງທີ່ຈອມປອມການສືບສວນຂອງມຸເລີເປັນເລື່ອງຈອມປອມ”