ອິນເດຍຫົວແຂງ! ລັກຂົນຖ່າຍນໍ້າມັນຣັດເຊຍເອົາໄປແປຮູບກ່ອນສົ່ງອອກສູ່ສະຫະລັດ

ອິນເດຍຫົວແຂງ! ລັກຂົນຖ່າຍນໍ້າມັນຣັດເຊຍເອົາໄປແປຮູບກ່ອນສົ່ງອອກສູ່ສະຫະລັດ



ວໍ ຊິງຕັນຕິດຕໍ່ສອບຖາມໄປຍັງນິວເດລີ ສະແດງຄວາມຄັບຂ້ອງໃຈກ່ຽວກັບຄຳກ່າວອ້າງທີ່ວ່າ ມີການລອບຂົນສົ່ງຜະລິດຕະພັນນ້ຳມັນຂອງຣັດເຊຍຈາກອິນເດຍໄປຍັງສະຫະລັດ ເຊິ່ງຖືເປັນການລະເມີດມາດຕາການຂວ້ຳບາດ ຄຳກ່າວອ້າງຂອງຮອງຜູ້ວ່າທະນາຄານກາງອິນເດຍ


ເປຣາ ເປີດເຜີຍວ່າກະຊວງການຄັງຂອງສະຫະລັດ ໄດ້ແຈ້ງມາຍັງເຈົ້າໜ້າທີ່ຂອງປະເທດ ກ່າວອ້າງວ່າມີເຮືອຂອງອິນເດຍລຳໜື່ງລ່ອງເຂົ້າໄປຮັບນ້ຳມັນຈາກເຮືອບັນທຸກນ້ຳມັນລຳໜື່ງຂອງຣັດເຊຍໃນທະເລຫຼວງແລະລໍາລຽງໄປຍັງທ່າເຮືອໃນລັດຄຸດລາດ ຕາມແນວຊາຍຝັ່ງທາງຕາເວັນຕົກຂອງປະເທດ ກ່ອນນຳເຂົ້ານ້ຳມັນເຫຼົ່ານັ້ນເຂົ້າຂະບວນການແປຮູບ ແລ້ວສົ່ງອອກໄປຍັງນິວຢອກ


“ ມີມາດຕາການຂວ້ຳບາດຫຼິ້ນງານຄົນທີ່ຊື້ນ້ຳມັນຣັດເຊຍ ແລະກະຊວງການຄັງສະຫະລັດລາຍງານເລື່ອງນີ້ ພົບວ່າມີເຮືອລຳໜື່ງຂອງອິນເດຍນັດໝາຍພົບກັບເຮືອບັນທຸກນ້ຳມັນຣັດເຊຍກາງທະເລ ຮັບນ້ຳມັນກາງທະເລ ນຳມາທີ່ທ່າເຮືອໃນລັດຄຸລາດ” ເຂົາກ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page