ອາດີດ ສ.ສ ສະຫະລັດ ເຊື່ອໄບເດັນບໍ່ໄດ້ຄິດປົກປ້ອງຊາວຢູເຄຼນພຽງໃຊ້ຄຽບເປັນເຫຍື່ອໂຄ່ນອຳນາດປູຕິນ
ປະທານາທິບໍດີໂຕ ໄບເດັນ ແຫ່ງສະຫະລັດ ກຳລັງໃຊ້ຄວາມຄັດແຍ້ງໃນຢູເຄຼນ ວາງແຜນປ່ຽນແປງການປົກຄອງໃນຣັດເຊຍແລະຫຼໍ່ລ້ຽງອຸດສາຫະກຳທີ່ກ່ຽວຂ້ອງດ້ານການທະຫານຈາກຄວາມຄິດເຫັນຂອງ ທູຊີ ແກບບາດ ອາດີດສະມາຊິດສະພາຜູ້ແທນລາດສະຫະລັດແລະຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີປີ 2020
ໃຫ້ສຳພາດກັບສຳນັກຂ່າວ ພ້ອມລະບຸວ່າພັນທະມິດຢູໂຣບກຳລັງເປັນຄົນຊົດໃຊ້ໃນຄວາມທະເຍີທະຍານສ້າງ ຢລະບຽບໂລກໃໝ່” ຂອງໄບເດັນ
ລະຫວ່າງໃຫ້ສຳພາດອາດີດສະມຊິກສະພາຕອງເກດທ່ານຍິງຈາກລັດຮາວາຍ ໄດ້ຕຳໜິມາດຕະການຂວ້ຳບາດຕໍ່ຕ້ານຣັດເຊຍຂອງລັດຖະບານໄບເດັນ ເຊິ່ງລາວບອກວ່າມັນຈະສ້າງຄວາມເຈັບປວດແກ່ສະຫະລັດແລະຢູໂຣບເອງ ຜິດກັບຣັດເຊຍທີ່ເຮັດກຳໄລຈາກການຂາຍພະລັງງານສູງສຸດເປັນປະຫວັດສາດ
“ ຕອນນີ້ຢູໂຣບກຳລັງຢູ່ໃນວິກິດພະລັງງານຄັ້ງໃຫຍ່” ລາວລະບຸ ອ້າງເຖິງລາຄາພະລັງງານສູງສຸດເປັນປະຫວັດສາດໃນຝຣັ່ງເສດ ການຫຼຸຸດເວລາເປີດໄຟສາທາລະນະແລະບັນຫາຂາດແຄນກ໊າຊທຳຄວາມຮ້ອນທີ່ຄືບຄານເຂົ້າຫາເຢຍລະມັນ ລວມເຖິງໃນລາດສະອານາຈັກແລະສະເປນ ທີ່ຕ້ອງຈຳກັດການໃຊ້ພະລັງງານທັງພາກຄົວເຮືອນແລະພາກທຸລະກິດທັງຫຼາຍ.