ອ່ານດ່ວນ! 7 ສິ່ງອັນຕະລາຍ ທີ່ບໍ່ຄວນເຮັດ ກ່ອນເຂົ້ານອນ

ສິ່ງສຳຄັນຂອງການພັກຜ່ອນຢ່າງເຕັມອີ່ມ ບໍ່ແມ່ນພຽງການເຂົ້ານອນຕັ້ັ້ັ້ງແຕ່ຫົວແລງ ແຕ່ກິດຈະກຳທີ່ເຮົາເຮັດກ່ອນເຂົ້ານອນກໍມີສ່ວນສຳຄັນເຊັ່ນກັນ ເພາະຫາກກິດຈະກຳເຫຼົ່ານັ້ນ ເຮັດໃຫ້ເຮົາຮູ້ສຶກຕືງຄຽດຫຼືຕື່ນຕົວ

ຜົນທີ່ຕາມມາຄືເຮົາຈະນອນບໍ່ຫຼັບ ຫາກຢາກນອນເຕັມອີ່ມແລະຕື່ນມາດ້ວຍຄວາມພ້ອມ ເລີ່ມຕົ້ນມື້ໃໝ່ຢ່າງແຂງແຮງ ຄວນງົດການເຮັດ 7ສິ່ງດັ່ງລຸ່ມນີ້:
1.ງົດການໃຊ້ອຸປະກອນອີເລັກໂທນິກທຸກຊະນິດ: ຈາກການວິໄຈພົບວ່າການເບີ່ງໜ້າຈໍອຸປະກອນອີເລັກໂທນິກຕ່າງໆ ເປັນເວລາດົນນານ ຈະເຮັດໃຫ້ນອນຫຼັບໄດ້ຍາກຂື້ນ ເນື່ອງຈາກແສງສີຟ້າແລະສີຂາວຈາກໜ້າຈໍ ຈະລົບກວນຂະບວນການຜະລິດຮໍໂມນ ເມລາໂທນິນຂອງສະໝອງ ເຊິ່ງເຮັດໜ້າທີ່ປຽບເໝືອນເປັນໂມງຂອງຮ່າງກາຍວ່າຄວນເຂົ້ານອນຕອນໃດ


2.ບໍ່ຄວນກິນຢານອນຫຼັບ(ເວັ້ນແຕ່ມີອາການໂລກນອນບໍ່ຫຼັບ) : ການທີ່ເຮົາມີບັນຫາກ່ຽວກັບການນອນບໍ່ຫຼັບ ບໍ່ໄດ້ໝາຍຄວາມວ່າເຮົາຈະເປັນໂລກນອນບໍ່ຫຼັບສະເໝີໄປ ເພາະສະນັ້ນການກິນຢານອນຫຼັບຈື່ງບໍ່ໄດ້ຊ່ວຍຫຍັງຫຼາຍ ເນື່ອງຈາກຢາເຫຼົ່ານີມັກຈະມີຜົນຂ້າງຄຽງຕາມມາ
3.ງົດດື່ມເຫຼົ້າກ່ອນເຂົ້ານອນ: ໃຜໆກໍຄິດວ່າດື່ມເຫຼົ້າຈະຊ່ວຍໃຫ້ເຮົານອນສະບາຍຍິ່ງຂື້ນ ແຕ່ກັບມີການວິໄຈວ່າການດື່ມເຫຼົ້າກ່ອນນອນນັ້ນຍິ່ງເຮັດໃຫ້ຫຼັບຍາກຂື້ນ ເນື່ອງຈາກຮ່າງກາຍຈະນຳເຫຼົ້າເຂົ້າສູ່ຂະບວນການເຜົາຜານ ແລະສົ່ງຜົນໃຫ້ຮ່າງກາຍຂອງເຮົາຕື່ນຕົວໄປດ້ວຍ


4.ຫຼີກລ້ຽງການເຮັດວຍກເທິງຕຽງຫຼືໃນຫ້ອງນອນ: ຜູ້ຊ່ຽວຊານແນະນຳ ຫ້ອງນອນນັ້ນຖຶກອອກແບບມາເພື່ອໃຊ້ໃນການພັກຜ່ອນ ເພາະດັ່ງນັ້ນເຮົາຈື່ງຄວນໃຊ້ຫ້ອງນອນສຳລັບການພັກຜ່ອນ ຫຼືກິດຈະກຳສຳລັບຄູ່ຮັກພຽງເທົ່ານັ້ນ ຫາກເຮົາໃຊ້ຫ້ອງນອນເຮັດວຽກຫຼືກິດຈະກຳອື່ນໝ ມັນອາດບໍ່ສາມາດເຮັດໃຫ້ເຮົາສາມາດຜ່ອນຄາຍຫຼືສະບາຍໄດ້.


5.ງົດຮັບປະທານອາຫານ:ນັກວິໄຈໄດ້ເຮັດການທົດລອງໂດຍໃຫ້ດື່ມກາເຟແກ້ວໃຫຍ່ກ່ອນນອນ 6ຊົ່ວໂມງ ຜົນການທົດລອງພົບວ່າໄລຍະເວລາໃນການນອນຂອງຜູ້ທົດລອງຫຼຸດລົງໄປ 1ຊົ່ວໂມງ ເມື່ອທຽບກັບໄລຍະເວລາໃນການນອນຂອງຜູ້ທົດລອງ ບໍ່ດື່ມກາເຟກ່ອນນອນ


6.ງົດຮັບປະທານອາຫານທີ່ມີປະລິມານໄຂມັນຫຼາຍກ່ອນເຂົ້ານອນ: ການຮັບປະທານອາຫານ 1ຊົ່ວໂມງກ່ອນນອນອາດເຮັດໃຫ້ຄຸນນະພາບແລະປະລິມານການນອນຫຼັບ ຫຼຸດລົງໂດຍສະເພາະຜູ້ຍິງ ການຮັບປະທານອາຫານກ່ອນນອນນັ້ນຈະມິຜົນຕໍ່ການນອນຫຼັບ
7.ງົດອອກກໍາລັງກາຍກ່ອນເຂົ້ານອນຜູ້ຊ່ຽວຊານແນະນໍາວ່າ ຫາກເຮົາວຽກໝົດມື້ແລະເວລາດຽວທີ່ເຮົາສາມາດອອກກຳລັງກາຍໄດ້ຄືກ່ອນນອນ ເຮົາຄວນອອກກຳລັງກາຍແບບທີ່ຊ່ວຍໃຫ້ຮູ້ສຶກຜ່ອນຄາຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page