4 ຄວາມໝັ່ນໃຈຂອງຜູ້ຍິງແບບຜິດໆ ທີ່ເຮັດໃຫ້ໝົດສະເໜ່ໃນສາຍຕາຜູ້ຊາຍ

ຄວາມໝັ່ນໃຈເປັນສິ່ງທີ່ດີ ທຸກຄົນມີໄດ້ບໍ່ແມ່ນເລື່ອງທີ່ຜິດແຕ່ ຕ້ອງເປັນຄວາມໝັ່ນໃຈທີ່ຮູ້ກາລະເທສະແລະພໍດີ

ຜູ້ຍິງບາງຄົນອາດຈະສົງໄສວ່າຕົນເອງກໍບໍ່ໄດ້ມີຂໍ້ບົກພ່ອງຫຍັງແຕ່ບໍ່ມີໃຜມາວົນວຽນ ເຂົ້າມາຈິງຈັງກັບຕົນເອງແດ່ ບາງຄັ້ງເຮົາອາດມີຄວາມໝັ່ນໃຈໃນລັກສະນະດັ່ງຕໍ່ໄປນີ້ຫຼາຍເກີນໄປກໍໄດ້.


1.ເວົ້າຈາສຽງດັງໂວຍວາຍ : ການເວົ້າຈາສຽງດັງໂວຍວາຍກັບການເວົ້າສຽງດັງຟັງຊັດຕ່າງກັນ ແບບທຳອິດຈະເຮັດໃຫ້ເຮົາເບິ່ງເປັນຜູ້ຍິງທີ່ບໍ່ມີມາລະຍາດບໍ່ຮູ້ຈັກກາລະເທສະຍິ່ງເວົ້າຄຳຫຍາບອີກແລ້ວສະເໜ່ຂອງເຮົາຈະໝົດໄປໃນທັນທີ ແນວໃດກໍຕາມການເວົ້າຈາດີ,ອອ່ນຫວານ,ມ່ວນຫູເຮັດໃຫ້ຜູ້ຟັງຮູ້ສຶກດີກວ່າ ເຖິງແມ່ນວ່າເຮົາຈະງາມລະດັບນາງງາມ ແຕ່ຖ້າເຮົາເວົ້າຈາບໍ່ດີ ສະເໜ່ຂອງເຮົາກໍໝົດໄປໄດ້ເຊັ່ນກັນແລະຜູ້ຊາຍບາງຄົນເຂົາກໍອາດຈະຮັບບໍ່ໄດ້


2.ສີດນ້ຳຫອງກິ່່ນແຮງເກີນໄປ: ເລື່ອງກິ່ນກໍເປັນປັກໄຈທີ່ມີອິດທິພົນຕໍ່ຄວາມຮູ້ສຶກໄດ້ເຊັ່ນກັນ ສາວໆບາງຄົນອາດຢາກສ້າງສະເໜ່ດ້ວນການມີກິ່ນຕົວຫອມໆ ຈື່ງເລືອກທີ່ຈະໃຊ້ນ້ຳຫອມໃນການສີດຮ່າງກາຍສືກສາອ່ານລາຍລະອຽດ ການໃຊ້ນ້ຳກ່ອນສີດຈັກໜ່ອຍ ບໍ່ຈຳເປັນຕ້ອງສີດຫຼາຍ ເພື່ອທີ່ຈະໄດ້ມີກິ່ນຕົວຫອມໆ ເພາະອາດຈະເຮັດໃຫ້ກິ່ນແຮງເກີນໄປ,ເຮັດໃຫ້ຄົນທີ່ໄດ້ກິ່ນຮູ້ສຶກວິນຫົວ ສົ່ງຜົນໃຫ້ເຂົາບໍ່ຢາກເຂົ້າໃຫ້ເຮົາ ສີດພໍໃຫ້ກິ່ນຫອມອ່ອນໆ ມີສະເໜ່ກວ່າ


3.ເຮັດຕົວເໜືອກວ່າທຸກສິ່ງຮອບຕົວ: ເຖິງແມ່ນວ່າຈະໜ້າຕາງາມ ສະກົດແຕ່ຖ້າເຮົາໝັ່ນໃຈຫຼາຍຜູ້ຍິງແບບເຮົາຢູ່ລະດັບເໜືອກວ່າຄົນອື່ນ ຊີ້ມືອອກຄຳສັ່ງໃສ່ຄົນອ້ອມຂ້າງໄປທົ່ວແບບນີ້ ຜູ້ຊາຍທີ່ເຂົາສຳພັດໄດ້ເຖິງລັງສີຄວາມຫຍິ່ງ ເຂົາອາດຈະເລືອກທີ່ຈະບໍ່ສານສຳພັນກັບເຮົາເພາະເຂົາບໍ່ໄດ້ຢາກເປັນຄົນໃຊ້ຂອງເຮົາ
4.ຫຼົງຕົນເອງ: ເວົ້າອວດອ້າງສາລະພັດວ່າເຮົາເອງມີດີແບບນັ້ນແບບນີ້ເຊິ່ງບໍ່ມີໃຜທີ່ຈະມາຄືເຮົາທຸກຢ່າງໄດ້ ເລື່ອງແບບນີ້ບໍ່ຕ້ອງເວົ້າຫຼາຍຖ້າມີດີແທ້ ມັນຈະອອກມາໃຫ້ເຂົາໄດ້ເຫັນເອງຍິ່ງເວົ້າຫຼາຍອາດຍິ່ງເຈັບຄໍໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page