ປູຕິນບໍ່ສົນຖືກເຍີ້ຍ! ກ່າວວ່າຣັດເຊຍເໜືອກວ່າຄູ່ແຂ່ງຫຼາຍຂຸມ ພ້ອມຈັດຫາໃຫ້ພັນທະມິດທົ່ວໂລກ
ປະທານາທິບໍດີວາລາດິມີ ປູຕິນ ລະບຸວ່າຣັດເຊຍພ້ອມຂາຍອາວຸດລ້ຳສະໄໝແກ່ພັນທະມິດທັງຫຼາຍທົ່ວໂລກແລະເສີມສ້າງຄວາມຮ່ວມມືໃນດ້ານພັດທະນາເທັກໂນໂລຢູດ້ານການທະຫານຄຳອວດອ້າງທີ່ເກີດຂື້ນໃນຂະໜະທີ່ສົງຄາມໃນຢູເຄຼນຂອງມອສໂກແກ່ຍາວມາດົນເກືອບ 6ເດືອນ ແລະບັນດານັກວິເຄາະຕາເວັນຕົກຄາດການວ່າກອງທັບຂອງປູຕິນເຮັດຜົນງານໄດ້ຕໍ່າກວ່າທີ່ຄາດໝາຍ
ຈາກການລາຍງານວ່າ ກອງກຳລັງຣັດເຊຍຖືກຢູເຄຼນຕີໂຕ້ກັບໃນ 2ເມືອງໃຫຍ່ທີ່ສຸດ ມີຄວາມຄືບໜ້າຢ່າງລ່າຊ້າແລະປະສົບຄວາມສູນເສຍຢ່າງໜັກ ໃນຄວາມພະຍາຍາມຍືດຄອງແຄ້ວນຕ່າງໆທາງພາກຕາເວັນອອກຂອງຢູເຄຼນ ສົງຄານີ້ຈົນເຖິງປະຈຸບັນ ຈື່ງພິສູດໃຫ້ເຫັນເຖິງຄວາມບໍ່ໜ້າເຊື່ອຖືຂອງອຸດສາຫະກຳອາວຸດຣັດເຊຍ
ແນວໃດກໍຕາມລະຫວ່າງກ່າວປະລາໄຊພາຍໃນງານຈັດສະແດງອາວຸດຮອບນອກກຣຸງມອສໂກ ປູຕິນ ຢືນຢັນວ່າອາວຸດຂອງຣັດເຊຍນຳໜ້າຄູ່ແຂ່ງຢູ່ຫຼາຍປີ
ປູຕິນກ່າວ ຣັດເຊຍໃສ່ໃຈຄວາມສຳພັນທີ່ແໜ້ນແຟ້ນກັບລະຕິນອາເມລິກາ,ອາຊີແລະອາຟຮິກກາ ພ້ອມຈັດຫາອາວຸດເຕັມພິກັດແກ່ພັນທະມິດທັງຫຼາຍ ໄລ່ຕັ້ງແຕ່ອາວຸດຂະໜາດນ້ອຍ, ຍານຍົນຫຸ້ມເກາະ,ປືນໃຫຍ່ ອາກາດຍານຕໍ່ສູ້ແລະໂດນ “ອາວຸດເກືອບທັງໝົດເຄຍຖືກໃຊ້ຫຼາຍກວ່າ 1ຄັ້ງ ໃນປະຕິບັດການສູ້ຮົບແທ້”