ຂວ້ຳບາດແທ້ບໍ? ພົບEUສົ່ງອອກໄປຣັດເຊຍເພີ່ມຂື້ນ2ເດືອນຕິດ ແຕະລະດັບ4.450ລ້ານຢູໂຣ
ຕົວເລກການສົ່ງອອກຂອງອີຢູໄປຍັງຣັດເຊຍໃນເດືອນມີຖຸນາ ເພີ່ມຂື້ນຈາກໜື່ງເດືອນກ່ອນໜ້ານັ້ນ 18% ແຕະລະດັບ 4.450ລ້ານຢູໂຣ ຕາມຂໍ້ມູນການຄ້າຕ່າງປະເທດຈາກສຳນັກງານສະຖິຕິແຫ່ງສະຫະພາບຢູໂຣບ ເຖິງແມ່ນວ່າອີຢູກຳນົດຂໍ້ຈຳກັດທາງເສດຖະກິດຕ່າງໆນາໆຫຼິ້ນງານມອສໂກ ຕອບໂຕ້ກໍລະນີຮຸກຮານຢູເຄຼນ
ຖືເປັນເດືອນທີ2ຕິດຕໍ່ກັນ ທີ່ການສົ່ງອອກຈາກອີຢູໄປຍັງຣັດເຊຍເພີ່ມສູງຂື້ນ ຫຼັງຈາກຫຼຸດລົງສູ່ລະດັບຕໍ່າເຫຼືອພຽງແຕ່ 2.780ລ້ານຢູໂຣໃນເດືອນເມສາ ແນວໃດກໍຕາມມູນຄ່າການສົ່ງອອກສິນຄ້າມາຍັງຣັດເຊຍ ຍັງຄົງຕໍ່າກວ່າເດືອນມີຖຸນາ 2021 ເຊິ່ງຢູ່ທີ່ 7.210ລ້ານຢູໂຣ
ເນື່ອງຈາກການສົ່ງອອກຂອງອີຢູໄປຍັງຣັດເຊຍປະມານ 28% ຍັງຄົງຢູ່ພາຍໃຕ້ມາດຕາການຂວ້ຳບາດທີ່ກ່ຽວຂ້ອງກັບສົງຄາມໃນຢູເຄຼນ ເພື່ອບຕອບໂຕ້ປະຕິບັດການທາງທະຫານຂອງຮັດເຊຍໃນຢູເຄຼນ
ອີຢູສັ່ງແບນສົ່ງອອກຕ່າງໆນາໆໄປຍັງຣັດເຊຍໄລ່ຕັ້ງແຕ່ເຄື່ອງຍົນ, ລູກ ປືນ ເທັກໂນໂລຊີທີ່ໃຊ້ໄດ້ສອງທາງ ທັງດ້ານພົນລະເມືອງແລະຄວາມໝັ້ນຄົງ ສິນຄ້າຫຼູຕ່າງໆນາໆແລະຜະລິດຕະພັນອື່ນໆ ຂໍ້ຈຳກັດເຫຼົ່ານີ້ສົ່ງຜົນກະທົບເກືອບທັນຕໍ່ການສົ່ງອອກຂອງອີຢູໄປຍັງຣັດເຊຍ ເຊິ່ງຖືເປັນໜື່ງໃນຄູ່ຫູທາງການຄ້າໃຫຍ່ທີ່ສຸດຄູ່ໜື່ງໃນຊ່ວງຫຼາຍປີທີ່ຜ່ານມາ.