5ວິທີເບິ່ງ “ ຮັກແທ້ ” ລັກສະນະຜູ້ຊາຍທີ່ໝັ້ນຄົງແລະຮັກຈິງ

5ວິທີເບິ່ງ “ ຮັກແທ້ ” ລັກສະນະຜູ້ຊາຍທີ່ໝັ້ນຄົງແລະຮັກຈິງ

1.ຜູ້ຊາຍຄົນນັ້ນ ເບິ່ງເຮົາທີ່ຄວາມດີແລະນິໄສ ຄວາມເຂົ້າໃຈຫຼາຍກວ່າໜ້າຕາ ຖ້າມີຄົນບອກເຮົາວ່າຜູ້ຊາຍ ທຸກຄົນມັກຜູ້ຍິງງາມ,ມັກທີ່ນ້າຕາ ມັກທີ່ຮູບຮ່າງທີ່ງາມ ເຂົາເວົ້າບໍ່ຜິດ ແລະ ນັ້ນເປັນຄວາມຈິງ ພຽງແຕ່ວ່າໃນເລື່ອງຂອງຄວາມຮັກນັ້ນບໍ່ແມ່ນທັງໝົດເທົ່ານັ້ນເອງ ມັນເປັນພຽງຈຸດໜື່ງເທົ່ານັ້ນ ຜູ້ຊາຍທີ່ມີຫົວໃຈຮັກເຮົາແທ້ຈະເບິ່ງຂ້າມເລື່ອງຮ່າງກາຍຂອງຜູ້ຍິງ


2.ຜູ້ຊາຍຄົນນັ້ນເຂົາໃຊ້ຫົວໃຈຫຼາຍກວ່າເຫດຜົນກັບເຮົາສະເໝີ: ຖ້າເມື່ອໃດທີ່ເຮົາມີຜູ້ຊາຍຈັກຄົນທີ່ເຮັດຫຍັງໂດຍນອກເໜືອເຫດຜົນແລະເຮັດຫຍັງທີ່ຄົນອື່ນເຂົາບໍ່ເຮັດໃຫ້ເຮົານັ້ນແລະເປັນສິ່ງທີ່ບົ່ງບອກຄວາມສົນໃຈໃນໂຕເຮົາໄດ້ເປັນຢ່າງດີ ແຕ່ການເຮັດສິ່ງທີ່ແປກໆນັ້ນ ບໍ່ໄດ້ມາຍຄວາມວ່າຄົນເຫຼົ່ານັ້ນຮັກເຮົາຢ່າງແທ້ຈິງພຽງແຕ່ເຮົາໝັ້ນໃຈວ່າເຂົາສົນໃຈໃນຕົວເຮົາ ຖ້າຜູ້ຊາຍຊື້ສິ່ງຂອງໃຫ້ເຮົານັ້ນສະແດງວ່າເຂົາໃຫ້ຄວາມສຳຄັນກັບເຮົາ ແຕ່ກໍຍັງບອກບໍ່ໄດ້ວ່າເຂົາຮັກເຮົາເທົ່າໃດ


3.ສະໝ່ຳສະເໝີກັບເວລາທີ່ດົນນານ: ຜູ້ຊາຍທີ່ສົນໃຈເຮົາພຽງຮູບກາຍອາດຈະອົດທົນກັບເຮົາໄດ້ 6ເດືອນຫຼື 1ປີ ແຕ່ຖ້າເປັນ 4-6ປີຕັດໄປໄດ້ເລີຍ ເຖິງແມ່ນວ່າໄລຍະວະເວລາຈະບອກບໍ່ໄດ້ທັງໝົດ ແລະໃຊ້ບໍ່ໄດ້ທັງໝົດກັບເລື່ອງຄວາມຮັກແຕ່ໝັ່ນໃຈໄດ້ສະເໝີວ່າເປັນຕົວບົ່ງບອກທີ່ດີວ່າໃຜຮັກເຮົາຫຼາຍເທົ່າໃດ ບໍ່ມີຜູ້ຊາຍຄົນໃດຈະອົດທົນກັບເຮົາໄດ້ຕະຫຼອດຊີວິດຖ້າເຂົາບໍ່ຮັກເຮົາແທ້ ບໍ່ມີໃຜສະໝ່ຳສະເໝີໄດ້ຖ້າເຂົາບໍ່ເຂົ້າໃຈແລະເຫັນຄວາມດີໃນຕົວເຮົາແຕ່ນັ້ນບໍ່ໄດ້ແປວ່າຜູ້ຊາຍທີ່ຮັກເຮົາຕ້ອງຢູ່ກັບເຮົາ.


4.ຜູ້ຊາຍຄົນນັ້ນຈະມຸ່ງໝັ້ນກ້າຫານແລະເດີນທາງສູ່ການສ້າງຄວາມສຳເລັດໃນຊີວິດ: ເມື່ອໃດກໍຕາມທີ່ຜູ້ຊາຍເລີ່ມມີຄວາມຮັກທີ່ແທ້ຈິງແລ້ວ ເຂົາຈະເລີ່ມເບິ່ງຫາບາງຢ່າງ ທີ່ແຕກຕ່າງໄປຈາກຊີວິດທີ່ເຄີຍເປັນແລະຕັດສິນໃຈໃນລາຍໆສິ່ງຫຼາຍຢ່າງທີ່ຫຼາຍກວ່າຄວາມຕ້ອງການຂອງຕົນເອງ ເພາະເຂົາຈະຄິດຫາອີກຄົນເພີ່ມເຂົ້າມາແລະນັ້ນຈະເຮັດໃຫ້ເຮົາເລີ່ມຮູ້ສຶກວ່າເຂົາແຕກຕ່າງຈາກຜູ້ຊາຍຄົນອື່ນໆ


5.ການຮັກສາຄຳເວົ້າ: ເມື່ອໃດກໍຕາມທີ່ຜູ້ຊາຍພະຍາຍາມຸ່ງໝັ້ນທຸກທາງໃນການຮັກສາຄຳເວົ້າກັບເຮົາ ໝັ້ນໃຈໄດ້ວ່າຄົນນັ້ນບໍ່ໄດ້ພຍງແຕ່ຜ່ານມາໃນຊີວິດເຮົາພຽງຢ່າງດຽວແນ່ນອນ ຖ້າເຮົາບັງເອີນບອກກັບຜູ້ຊາຍຄົນໜື່ງວ່າເຮົາຢາກໄດ້ດວງດາວເປັນຂອງຂັວນເຮົາອາດຈະໄດ້ຮັບໂຄມໄຟດວງດາວໃນຫ້ອງເຮົາຫຼືອາດຈະໄດ້ຮັບຈີ້ກັບສາຍແຂນໃນຮູບແບບດາວ ການສະແດງອອກໃນສິ່ງເຫຼົ່ານີ້ພຽງຈາກຄຳເວົ້າຫຼິ້ນໆຂອງເຮົາແຕ່ເປັນການບົ່ງບອກວ່າຜູ້ຊາຍໃສ່ໃຈ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page