7 ຂໍ້ເສຍຂອງຄົນທີ່ເຮັດຫຍັງແບບບໍ່ຄິດ…ໂດຍທີ່ບໍ່ຄິດກ່ອນເວົ້າ

ການເປັນຄົນຄິດໜ້ອຍໃນບາງເລື່ອງກໍອາດຈະມີສ່ວນຊ່ວຍສ້າງຂໍ້ດີໃຫ້ກັບຕົນເອງໄດ້ ແຕ່ໃນຂະໜະດຽວກັນ ການເປັນຄົນທີ່ຄິດຫຍັງໜ້ອຍຈົນເກີນໄປ ບາງທີກໍເປັນສິ່ງທີ່ສາມາດສ້າງເລື່ອງບໍ່ດີຂື້ນໄດ້ເຊັ່ນດຽວກັນ.


1.ເຮັດໃຫ້ສະຖານະການບໍ່ດີ: ບາງສະຖານະການທີ່ກຳລັງຈະດີຂືນ ອາດກັບມາເປັນວ່າບໍ່ດີໄດ້ເນື່ອງຈາກຄວາມຄິດໜ້ອຍທີ່ບໍ່ທັນໄດ້ເບິ່ງເຫັນເຖິງຜົນລັບຕາມມາ ເຊິ່ງຫຼາຍຄັ້ງໃນການເວົ້າຈາແບບບໍ່ຮູ້ຈັກຄິດຫຼືພຶດຕິກຳທີ່ບໍ່ທັນໄດ້ຄິດຂອງຄົນເຮົາມັກມີສ່ວນເຮັດໃຫ້ສະຖານະການຕ່າງໆບໍ່ດີຫຼາຍກວ່າຈະດີຂື້ນ


2.ເກີດຄວາມຜິດພາດໄດ້ງ່າຍຂື້ນ: ບາງຄັ້ງໃນການທີ່ເປັນຄົນຄິດໜ້ອຍຫຼາຍເກີນໄປ ມັກມີສ່ວນເຮັດໃຫ້ເກີດຄວາມຜິດພາດໄດ້ງ່າຍຂື້ນຫຼາຍ ເພາະຄວາມທີ່ບໍ່ຮູ້ຈັກຄິດໃຫ້ຮອບຄອບຫຼືບໍ່ໄຕ່ຕອງໃຫ້ດີກ່ອນລົງມືເຮັດ ຈື່ງເຮັດໃຫ້ຕ້ອງມີນັ່ງແກ້ໄຂບັນຫາແລະຮັບຜິດຊອບຕໍ່ຄວາມຜິດພາດ ທີຮ່ເກີດຂື້ນຢ່າງຫຼີກລ່ຽງບໍ່ໄດ້ໂດຍສະເພາະໃນຄວາມຜິດພາດທີ່ເກີດຂືນ


3.ທຳຮ້າຍຄວາມຮູ້ສຶກຄົນອື່ນ: ການເປັນຄົນທີ່ມີນິໄສຄິດໜ້ອຍ ບາງຄັ້ງກໍອາດເປັນການມຸ່ງທຳຮ້າຍຄວາມຮູ້ສຶກຂອງຄົນອືນໃນທາງອ້ອມໄດ້ແບບບໍ່ຮູ້ຕົວເພາະການມົວແຕ່ຄິດວ່າຢາກທີ່ຈະລົງມືເຮັດໂດຍທັນທີຈົນໄດ້ເບິ່ງຂ້າມຄວາມຮູ້ສຶກຂອງຄົນອ້ອມຂ້າງໄປ ເຊິ່ງສຸດທ້າຍແລ້ວກໍຄົງບໍ່ສາມາດຍ້ອນກັບມາສ້າງຄວາມຮູ້ສຶກ ທີ່ພັງລົງໄປແລ້ວໃຫ້ກັບມາເປັນຄືເກົ່າໄດ້ໃໝ່.


4.ທຳຮ້າຍຕົນເອງ: ຜົນຈາກການຄິດໜ້ອຍຫຼືບໍ່ຮູ້່ຈັກຄິດ ໃນຕົນເອງກໍມັກຈະເປັນອີກສິ່ງໜື່ງທີ່ສາມາດຍ້ອນກັບມາທຳຮ້າຍຕົນເອງທີ່ຫຼີກລ່ຽງບໍ່ໄດ້ ໂດຍສະເພາະຜົນການກະທຳທີ່ຕົນເອງເປັນຄົນກໍ່ໄວ້ດັ່ງນັ້ນໃນເມື່ອເປັນຄົນສ້າງບັນຫາເຫຼົ່ານັ້ນຂື້ນມາແລ້ວກໍຕ້ອງຄວນເປັນຄົນດຽວກັນກັບທີ່ແກ້ບັນຫາເຫຼົ່ານີ້ໃຫ້ຈົບໄປ


5.ຖືກເບິ່ງວ່າບໍ່ຮູ້ຈັກຄິດ: ຂໍ້ເສຍຂອງການເປັນຄົນຄິດໜ້ອຍທີ່ຈັດວ່າບໍ່ດີທີ່ສຸດຄືການຖືກເບິ່ງຈາກສາຍຕາ ຂອງຄົນອ້ອມຂ້າງວ່າເປັນ “ ພວກບໍ່ຮູ້ຈັກຄິດ” ເຊິ່ງປະຕິເສດບໍ່ໄດ້ວ່າເປັນອີກໜື່ງສິ່ງສາມາດບົ່ງບອກຕົວຕົນແລະວຸດທິພາວະຂອງຄົນນັ້ນ
6.ເບິ່ງຄືບໍ່ແຄໃຜ: ຕ້ອງຍອມຮັບວ່າໃນບາງຄັ້ງພວກທີ່ຄິດໜ້ອຍເກີນໄປ ມັກຈະມີພາບລັກທີ່ເບິ່ງຄືວ່າບໍ່ແຄຫຍັງຫຼາຍເທົ່າໃດ ເພາະໄດ້ເຮັດການເບິ່ງຂ້າມຄວາມສຳຄັນຂອງຄົນອື່ນໄປແລ້ວ


7.ຮັບມືກັບບັນຫາບໍ່ທັນ: ພໍໄດ້ກາຍເປັນຄົນທີ່ຄິດຫຍັງໜ້ອຍໆແລ້ວກໍມັກລືມຕົວແລະບໍ່ຮູ້ຈັກທີ່ຈະຄິດທົບທວນສິ່ງຕ່າງໆໃຫ້ດີກ່ອນ ຈົນສົ່ງຜົຢນໃຫ້ບໍ່ໄດ້ກຽມພ້ອມໃນການຮັບມືເຖິງຜົນກະທົບທີ່ຕາມມາດ້ວຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page