ເຮືອສຳຫຼວດຈີນທຽບທ່າສີລັງກາ ເຮັດໃຫ້ສະຫະລັດ-ອິນເດຍຫວັ່ນວິຕົກດ້ານຄວາມໝັ່ນຄົງ

ເຮືອສຳຫຼວດຈີນທຽບທ່າສີລັງກາ ເຮັດໃຫ້ສະຫະລັດ-ອິນເດຍຫວັ່ນວິຕົກດ້ານຄວາມໝັ່ນຄົງ


ສື່ໃນທ້ອງຖິ່ນເປີດເຜີຍວ່າ ເຮືອສຳຫຼວດຫຢວນຫວາງ 5 (Yuan Wang 5) ຂອງຈີນໄດ້ເຂົ້າຈອດທຽບທ່າເຮືອ ຮຳບັນໂຕຕາເຊິ່ງເປັນທ່າເຮືອຂອງສີລັງກາທີ່ຈີນລົງທືນສ້າງຂື້ນ
ຈາກການລາຍງານວ່າເຮືອດັ່ງກ່າວເປັນຕົ້ນເຫດຂອງການຄັດແຍ້ງລະຫວ່າງຈີນກັບອິນເດຍ

ເຊິ່ງເປັນສອງປະເທດຜູ້ອຸປະຖຳລາຍໃຫຍ່ທີ່ສຸດຂອງສີລັງກາໃນພາວະວິກິດເສດຖະກິດປະຈຸບັນ ໂດຍອິນເດຍກັງວົນວ່າຈີນເປັນຄູ່ແຂ່ງທີ່ໃຫຍ່ກວ່າ ແລະມີອຳນາດຫຼາຍກວ່າ ຈະໃຊ້ທ່າເຮືອຮຳບັນໂຕຕາໃກ້ເສັ້ນທາງຂົນສົ່ງຫຼັກລະຫວ່າງອາຊີ-ຢູໂຣບເປັນຖານທັບທາງທະຫານ


ນັກວິເຄາະດ້ານຄວາມໝັ້ນຄົງຈາກຕາ່ງປະເທດລະບຸວ່າ ເຮືອຫຢວນ ຫວາງ 5 ເປັນໜື່ງໃນເຮືອຕິດຕາມດ້ານອາວະກາດລຸ່ນລ່າສຸດຂອງຈີນ ໃຊ້່ເພືອ່ຕິດຕາມດາວທຽມຈະຫຼວດແລະການຍິງລູກສອນໄຟຂ້າມທະວີບ
ດ້ານສີລັງກາເປີດເຜີຍວ່າໄດ້ຕົກລົງໃຫ້ເຮືອຫຢວນ ຫວາງ 5 ເຂົ້າທຽບທ່າທີ່ທ່າເຮືອຮຳບັນໂຕຕາ ເຖິງແມ່ນວ່າອິນເດຍແລະສະຫະລັດສະແດງຄວາມກັງວົນດ້ານຄວາມໝັ້ນຄົງກໍຕາມ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page