ໂລກກະເພາະອາຫານເກີດຂື້ນໄດ້ກັບທຸກຄົນ ເຊິ່ງເປັນຍ້ອນການຮັບປະທາຫານທີ່ບໍ່ຖຶກເວລາ ຫຼື ມີຄວາມຄຽດຈາກການເຮັດວຽກຈົນສົ່ງຜົນໃຫ້ກະເພາະອາຫານຜິດປົກກະຕິແລະ ເກີດໂລກກະເພາະໄດ້ ມື້ນີ້ແອດຈະມາບອກຊັບພະຄຸນຈາກທຳມະຊາດທີ່ຊ່ວຍບັນເທົາໂລກກະເພາະໄດ້ມີດັ່ງລຸ່ມນີ້:
1.ຂີ້ໝີ້ນ: ມີຊັບພະຄຸນຊ່ວຍບັນເທົາອາການເຈັບທ້ອງ,ທ້ອງອືດ ເຊິ່ງສາມາດນຳມາໃຊ້ຮັກສາໃນກະເາພະອາຫານແລະລ້າງລໍາໄສ້ ຮັກສາໂລກກະເພາະອາຫານ ຄວນຮັບປະທານແບບເປັນຜົງແລະຍັງສາມາດບຳລຸງອະໄວຍະວະພາຍໃນໄດ້ດີ.
2.ຫວ້ານຫາງແຂ້: ມີຊັບພະຄຸນຊ່ວຍຮັກສາແຜໃນກະເພາະອາຫານໄດ້ດີ ໂດຍວິທີໃຊ້ໃຫ້ເລືອກໃບລຸ່ມສຸດຂອງຕົ້ນ ນຳມາລ້າງນ້ຳໃຫ້ສະອາດ ປອກເປືອກສີຂຽວອອກ ລ້າງນ້ຳຢາງສີເລືອກງອອກໃຫ້ໝົດ ຈາກນັ້ນຂູດເອົາວຸ້ນໃສມາຮັບປະທານມື້ລະ 2ຄັ້ງ
3.ໝາກກະຈ້ຽບ: ຊັບພະຄຸນຂອງກະຈ້ຽບຂຽວຄືເປັນສະໝູນໄພຊ່ວຍຮັກສາແຜໃນກະເພາະອາຫານໄດ້ແລະຢັບຢັ້ງເຊື້ອແບັກທີເຣຍ ເຮລິໂຄແບັກເຕີ ໄພໂລຣິ ການຮັບປະທານແມ່ນເລືອກກິນແບບຜົງທີ່ເອົາມາລະລາຍນໍ້າໄດ້ ກິນມື້ລະ 3-4ຄັ້ງ.
4.ໝາກຢໍ: ຊັບພະຄຸນຊ່ວຍຮັກສາໂລກກົດໄຫຼຍ້ອນໄດ້ແລະຍັງດີຕໍ່ກະເພາະອາຫານດ້ວຍ ເນື່ອງຈາກໝາກຢໍຈະຊ່ວຍເລັ່ງການຮັກສາແຜຂອງກະເພາະອາຫານ ຊ່ວຍຫຼຸດການອັກເສບກະທັນຫັນຂອງກະເພາະອາຫານ.
5.ຫົວໝາກປີ: ບໍ່ໄດ້ເປັນແຕ່ຊັບພະຄຸນຊ່ວຍນ້ຳນົມໃຫ້ແມ່ລູກອອ່ນເທົ່ານັ້ນ ແຕ່ຍັງມີສ່ວນຊ່ວຍຮັກສາແຜໃນກະເພາະອາຫານໃຫ້ເຮົາໄດ້ດ້ວຍ ເຊິ່ງການຮັບປະທານແມ່ນນຳມາເຜົາແລ້ວບີບເອົາແຕ່ນ້ຳໃຫ້ໄດ້ປະລິມານເຄີ່ງແກ້ວດື່ມກ່ອນອາຫານ ລົດຊາດອາດກິນຍາກໜ້ອຍໜື່ງ.