ເວລາທີ່ລູກຂອງເຮົາເຮັດສິ່ງທີ່ຜິດພວກເຂົາຢ້ານກົວກໍຄືການຖືກພໍ່ແມ່ຮ້າຍຢ່າງຮຸນແຮງແລະຢ້ານພໍ່ແມ່ລົງໂທດ ເຊິ່ງສິ່ງເຫຼົ່ານີ້ຍິ່ງເຮັດໃຫ້ລູກໆຕໍ່ຕ້ານເຮົາຫຼາຍຂື້ນ ດັ່ງນັ້ນພໍ່ແມ່ໃນຍຸກສະໄໝໃໝ່ຄວນຮູ້ຈັກວິທີສອນລູກດ້ວຍເຫດຜົນແລະມີຜົນຫຼາຍກວ່າການໃຊ້ອາລົມແກ້ບັນຫາຄວນລອງໃຊ້ 7ວິທີດັ່ງລຸ່ມນີ້ເບິ່ງ:
1.ຄວນຖາມລູກດີໆວ່າເກີດຫຍັງຂື້ນ:ພໍ່ແມ່ຕ້ອງເປັນຜູ້ຟັງທີ່ດີ ເປີດໂອກາດໃຫ້ລູກໄດ້ເວົ້າເບິ່ງ ບໍ່ຄວນດ່າຕັດສິນໃຈຫຍັງດ້ວຍຕົນເອງເຖິງແມ່ນວ່າເຂົາຈະເຮັດຜິດແທ້ ບາງທີເຂົາອາດຈະຍິນດີທີ່ຈະຍອມຮັບຄວາມຜິດຂອງເຂົາເອງກໍໄດ້ ທີ່ສຳຄັນບໍ່ຄວນຮ້າຍລູກແຕ່ຄວນເຂົ້າໃຈໃນເລື່ອງທີ່ເກີດຂື້ນ.
2.ຄິດວ່າພໍ່ແມ່ຕ້ອງເຮັດແບບໃດກັບຄວາມຜິດຂອງລູກ: ເຮົາສາມາດຫາທາງອອກແລະຄິດແກ້ບັນຫາ ໄປພ້ອມກັບລູກໄດ້ອາດຈະເປັນການສະເໜີແນະແນວທາງໃຫ້ເຂົາຮູ້ສຶກເຖິງການຮ່ວມແກ້ໄຂບັນຫາພ້ອມກັບເຮົາແລະກໍຕ້ອງຍອມຮັບຄວາມຄິດເຫັນຂອງເຂົາດ້ວຍ
3.ຖ້າພໍ່ແມ່ເຮັດແບບນີ້ແລ້ວລູກຈະເປັນແບບໃດ: ເຮົາຕ້ອງອະທິບາຍໃຫ້ເຂົ້າໃຈວ່າສິ່ງທີ່ຈະຕາມມານັ້ນຫຼືຜົນທີ່ຈະຕາມມາຖ້າແກ້ບັນຫາດ້ວຍວິທີທີ່ລູກເວົ້າມາແລ້ວຈະເປັນແບບໃດ ຈະໄກ້ຮັບຜົນແບບໃດແລະເຂົາຈະຍອມຮັບຜົນທີ່ຕາມມາໄດ້ບໍ່ຈາກການເຮັດແບບນັ້ນ
4.ລູກຢາກໃຫ້ພໍ່ແມ່ເຮັດຫຍັງດີ: ຫາກລູກໄດ້ບອກໃຫ້ພໍ່ແມ່ຊ່ວຍເຫຼືອຫຍັງຈັກຢ່າງແລ້ວຄົນເປັນພໍ່ແມ່ ກໍຕ້ອງຄອຍສະໜັບສະໜູນແລະຊ່ວຍເຫຼືອລູກຢ່າງເຕັມທີ່ດ້ວຍເຊັ່ນກັນ ເພາະພະລັງສະໜັບສະໜູນຂອງພໍ່ແມ່ຈະສົ່ງຜົນຕໍ່ຄວາມເຂັ້ມແຂງຂອງລູກເຮັດໃຫ້ເຂົາມີຄວາມໝັ້ນໃຈໃນການເຮັດສິ່ງຕ່າງໆ
5.ຖ້າລູກເຮັດຜິດອີກເທື່ອໜ້າພໍແມ່ຕ້ອງເຮັດແນວໃດ: ເຮົາຄວນໃຫ້ເວລາລູກໃຫັໂອກາດເຂົາໄດ້ທົບທວນຕົນເອງເບິ່ງ,ໃຫ້ເຂົາລອງຕັດສິຍໃຈແລະຄິດຫາວິທີແກ້ບັນຫາດ້ວຍຕົນເອງ ແລ້ວເຮົາຈື່ງຖ້າເບິ່ງວ່າເຂົາຈະມີຄວາມສາມາດແລະປະຕິທິພາບໃນການແກ້ບັນຫາໄດ້ເທົ່າໃດ
6.ລູກຕັດສິນໃຈໄດ້ບໍ່ວ່າເຮົາຄວນເຮັດຫຍັງກັນດີ: ເມື່ອວິເຄາະເລື່ອງລາວແລະຜົນທີ່ຕາມມາຈົນຄົບມົດແລ້ວລູກເລືອກວິທີແກ້ໄຂບັນຫາທີ່ເໝາະສົມທີ່ສຸດອອກມາຈົນໄດ້ເຖິງແມ່ນວ່າຈະບໍ່ແມ່ນສິ່ງທີ່ເຮົາຄາດໄວ້ກໍຕາມ
7.ລູກຮູ້ສຶກແນວໃດ,ລູກຄິດຫຍັງຢູ່: ໃນບາງຄັ້ງໃນການປ່ອຍໃຫ້ເຂົາໄດ້ສະແດງອອກຫຼືເວົ້າເຖິງຄວາມຮູ້ສຶກຂອງເຂົາອອກມາເບິ່ງເປັນເລື່ອງດີເຊັ້່ນກັນ ຢ່າຟ້າວເຂົ້າໄປສັ່ງສອນຫຍັງເຂົາໃນຕອນນັ້ນ