ໄບເດັນສັ່ງລຸຍ! ລົງນາມກົດໝາຍສະໜັບສະໜູນອຸດສາຫະກຳຜະລິດຊິບຫວັງເປັນທີ1

ໄບເດັນສັ່ງລຸຍ! ລົງນາມກົດໝາຍສະໜັບສະໜູນອຸດສາຫະກຳຜະລິດຊິບຫວັງເປັນເທີ1


ໂຈ ໄບເດັນ ປະທານາທິບໍດີສະຫະລັດອາເມລິກາ ລົງນາມໃນກົດໝາຍ CHIPS and Science Act ເຊິ່ງມີເປົ້າໝາຍກະຕຸຸ້ນສັກກາຍະພາບ ທາງການແຂ່ງຂັນຂອງສະຫະລັດ ຕໍ່ປະເທດຈີນ ໃນອຸດສາຫະກຳເຊມິຄອນດັກເຕີ ທີ່ທົ່ວໂລກປະສົບບັນຫາຂາດແຄນມາໃນໄລຍະໜື່ງ

ໂດຍກົດມາຍສະບັບນີ້ລວມເຖິງການລົງທືນ 52.000ລ້ານໂດລາ ເພື່ອສະໜັບສະໜູນການວິໄຈແລະການຜະລິດຊິບຄອມພິວເຕີໃນສະຫະລັດ ແລະນັກວິເຄາະເຊື່ອວ່າກົດໝາຍສະບັບນີ້ຈະຊ່ວຍໃຫ້ສະຫະລັດເພີ່ມຄວາມສາມາດໃນການແຂ່ງຂັນກັບປະເທດທີ່ຄອງຕະຫຼາດແບບຈີນໄດ້


ໄບເດັນ ກ່າວວ່າສະຫະລັດຕ້ອງເປັນຜູ້ນຳໂລກໃນດ້ານການຜະລິດຊິບຄອມພິວເຕີສະໄໝໃໝ່ຜ່ານກົດໝາຍສະບັບດັ່ງກ່າວແລະເປັນຜົນປະໂຫຍດທາງເສດຖະກິດແລະຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຊາດ ເຊິ່ງບໍ່ແມ່ນພຽງເຄື່ອງຊິບເທົ່ານັ້ນແຕ່ລວມເຖິງເລື່ອງວິທະຍາສາດດ້ວຍ

ຜູ້ນຳສະຫະລັດໄດ້ກ່າວເສີມອີກວ່າ ສະຫະລັດເຄີຍເປັນທີ 1 ຂອງໂລກໃນດ້ານການວິໄຈແລະພັດທະນາແຕ່ໃນປະຈຸບັນລົງມາອັນດັບທີ 9 ແຕ່ຈີນທີ່ເຄີຍຢູ່ອັນດັບທີ 8 ຕອນນີ້ກ້າວຂືນມາຢູ່ອັນດັບທີ 2ແລ້ວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page