ຈີນປະກາດຂວ້ຳບາດ 7 ເຈົ້າໜ້າທີ່ໄຕ້ຫວັນຖານສະໜັບສະໜູນແບ່ງແຍກດິນແດນ
ຈີນປະກາດຂວ້ຳບາດ 7 ເຈົ້າໜ້າທີ່ໄຕ້ຫວັນຖານສະໜັບສະໜູນເອກະລາດຂອງໄຕ້ຫວັນ ໂດຍການຂວ້ຳບາດດັ່ງກ່າວມີຂຶ້ນຫຼັງຈາກທີ່ທ່ານນາງ ແນນຊີ ເພໂລຊີ ປະທານສະພາຜູ້ແທນລາດສະຫະລັດ ເດີນທາງຢ້ຽມໄຕ້ຫວັນໃນຊ່ວງຕົ້ນເດືອນ ເຊິ່ງເຮັດໃຫ້ຈີນບໍ່ພໍໃຈຢ່າງໜັກ ໂດຍລະບຸວ່າເປັນການສົ່ງສັນຍານຜິດໆ ໃຫ້ກຸ່ມຮຽກຮ້ອງເອກະລາດຂອງໄຕ້ຫວັນ
ເຊິ່ງຈາກການລາຍງານອ້າງວ່າ ໃນບັນດາຜູ້ທີ່ຖືກຂວ້ຳບາດມີ ທ່ານນາງຊຽວ ບີ-ຄິມ ເອກອັກຄະລັດຖະທູດໄຕ້ຫວັນ ປະຈຳສະຫະລັດ ໂດຍປະພຶດວິໄນແລະທ່ານ ເວລິງຕັນ ກູ່ ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດຂອງໄຕ້ຫວັນຮວມຢູ່ດ້ວຍ
ສຳນັກງານກິດຈະການຂອງໄຕ້ຫວັນໄດ້ເຜີຍວ່າ ເຈົ້ານ້າທີ່ທັງ 7ຄົນ ຖືກຂືນບັນຊີລາຍຊື່ຜູ້ສະໜັບສະໜູນການຮຽກຮ້ອງເອກະລາດຂອງໄຕ້ຫວັນຢ່າງແທ້ຈິງ ແລະຕ້ອງຖືກລົງໂທດດ້ວຍມາດຕາການຂວ້ຳບາດ ເຊິ່ງການຂື້ນບັນຊີບຸກຄົນທັງ 7 ຖືເປັນກຸ່ມທີສອງ ຫຼັງຈາກທີ່ທ່ານຊູ ເຈົ້າຊາງ ນາຍົກລັດຖະມົນຕີໄຕ້ຫວັນ,
ທ່ານ ໂຫຍວ ສີຄຸນ ປະທານສະພານິຕິບັດຍັດໄຕ້ຫວັນ ແລະ ທ່ານ ໂຈເຊບ ອູ໊ ລັດຸຖະມົນຕີວ່າການກະຊວງການຕ່າງປະເທດໄຕ້ຫວັນ ຖືກຂື້ນບັນຊີໄປກ່ອນໜ້ານີ້ ແລະ ອາດມີເຈົ້ານ້າທີ່ອີກຫຼາຍທ່ານຖືກຂື້ນບັນຊີເພີ່ມເຕີມ
ທັງນີ້ຜູ້ທີຖືກຂວ້ຳບາດແລະສະມາຊິກໃນຄອບຄົວຖຶກສັ່ງຫ້າມເດີນທາງເຂົ້າຈີນແຜ່ນດິນໃຫຍ່ ລວມເຖິງເຂດບໍລິຫານພິເສດຮ່ອງກົງແລະມາເກົ໊າ ນອກຈາກນັ້ນຍັງຖຶກສັ່ງຫ້າມມີສ່ວນກ່ຽວຂ້ອງກັບ “ ກິດຈະກຳສ້າງກຳໄລ” ໃນຈີນແຜ່ນດິນໃຫຍ່ອີກດ້ວຍ