ອານາຄົດອາດຈະທຸກຍາກແນ່ນອນ ຖ້າຫາກຍັງເຮັດນິໄສ 6ຂໍ້ດັ່ງນີ້

ອານາຄົດອາດຈະທຸກຍາກແນ່ນອນ ຖ້າຫາກຍັງເຮັດນິໄສ 6ຂໍ້ດັ່ງນີ້

1.ມີນິໃສໃຊ້ກ່ອນເຫຼືອຄ່ອຍເກັບ: ສ່ວນຫຼາຍຄົນເຮົາມັກໃຊ້ກ່ອນເຫຼືອຄ່ອນເກັບແຕ່ອາດບໍ່ເຫຼືອກໃຫ້ເກັບເລີຍກໍໄດ້ ຫາໄດ້ 100 ໃຊ້ 150 ຖ້າຢາກລວຍຈ່າຍເງີນເຂົ້າບັນຊີປະຈຳກ່ອນຄິດຈະໃຊ້ມັນ ຄວນເກັບໄວ້ໃຊ້ໃນສິ່ງທີ່ຈຳເປັນກ່ອນ


2. ຄິດວ່າການທີ່ຈະເປັນຄົນລວຍນັ້ນເປັນເລື່ອງໄກຕົວ: ຫຼາຍຄົນບອກວ່າຄົນລວຍກໍລວຍຍິ້່ງຂື້ນ ແຕ່ຄົນຈົນກໍຫາເຊົ້າກິນຄໍ່າ ຈະເຮັດແບບໃດໃຫ້ລວຍບໍ່ມີທາງ ຖ້າຄິດແບບນີ້ກໍຈົນຕໍ່ໄປ

3.ບໍ່ເຄີຍຄິດທີ່ຈະໜີຄວາມສະບາຍ: ຫຼາຍໆຄົນເລືອກທີ່ຈະຈົນເພາະຄວາມຂີ້ຄ້ານ ບໍ່ເຄີຍຄິດທີ່ຈະພັດທະນາຕົນເອງ ຄິດວ່າວຽກທີ່ຫາເງີນໄດ້ຫຼາຍໆຕ້ອງຍາກ ແລະ ບໍ່ເໝາະກັບຕົນເອງທັງທີ່ຍັງບໍ່ໄດ້ລອງເຮັດ ຄິດວ່າຄົນທີ່ຫາເງີນໄດ້ຄືຄົນສະຫຼາດ ຄວາມເປັນຈິງແລ້ວບໍ່ແມ່ນ


4.ບໍ່ແມ່ນເປົ້າໝາຍໃນການຫາເງີນ: ຖ້າຢາກສ້າງຖານະໃຫ້ລໍາລວຍຂື້ນ ຄວນວາງແຜນວ່າຈະບໍລິຫານເງີນແບບໃດ ຄຳນວນຄ່າໃຊ້ຈ່າຍ ແລະ ລາຍຮັບ ຢ່າໃຊ້ເງີນອານາຄົດ ສຳຄັນທີ່ສຸດຂໍ້ານີ້ເຮັດຫຍັງກໍຄວນວາງແຜນໄວ້ກ່ອນ

5. ຮອດຈຸດໜື່ງແລ້ວຍັງບໍ່ເລີ່ມທີ່ຈະລົງທືນ: ການຫາເງີນທີ່ເມື່ອຍໜ້ອຍທີ່ສຸດຄືການລົງທືນ ຖ້າເລີ່ມລົງທືນໄວເທົ່າໃດ ກໍເມື່ອຍໜ້ອຍເທົ່ານັ້ນ ຈາກການສຳຫຼວດກຸ່ມຄົນລວຍທັງຫຼາຍນຳເງີນໄປລົງທືນໃຫ້ງອກເງີຍຕໍ່ຄ່າສະເລ່ຍຢູ່ 20% ຂອງລາຍໄດ້ແລະເປັນປະຈຳສະໝໍ່າສະເໝີ


6. ເບິ່ງແຕ່ຄວາມຝັນຄົນອື່ນ ແຕ່ລືມເບີ່ງຫາຄວາມຝັນໃນຕົນເອງ: ຖ້າຢາກປະສົບຄວາມສຳເລັດກໍຕ້ອງມັກໃນສິ່ງທີ່ຕົນເອງເຮັດກ່ອນ ໝາຍຄວາມວ່າຄວນກຳນົດຄວາມຝັນຂອງຕົນເອງແລະຊອກຫາມັນ ບາງຄົນພະຍາຍາມຮຽນແບບຄົນລວຍທີ່ປະສົບຄວາມສຳເລັດ ໂດຍລືມໄປວ່າສິ່ງທີ່ເຂົາປະສົບຜົນສຳເລັດນັ້ນເປັນສິ່ງທີ່ເຮົາບໍ່ມັກ ເຮົາຄວນກຳນົດຄວາມຝັນຂອງເຮົາແລ້ວລົງມືເຮັດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page