ຄວນອ່ານ! 7 ຂໍ້ຄິດທີ່ຄົນສູ້ຊີວິດມັກເຂົ້າໃຈດີ ຫາກເຮົາຮັກຕົນເອງໃຫ້ຈື່ໄວ້.
1.ຢ່າາກັງວົນໃຈຫຼືໃສ່ໃຈກັບທຸກຄຳເວົ້າ: ຫຼືທຸກສາຍຕາຂອງຄົນອ້ອມຂ້າງຫຼາຍຈົນເກີນໄປ ຍຸກທີ່ຄົນສ່ວນຫຼາຍໃຫ້ຄວາມສຳຄັນກັບເປືອກຫຼາຍກວ່າຄຸນຄ່າທີ່ແທ້ຈິງຂອງຄົນເລືອກທີ່ຈະໃຊ້ຊີວິດເພື່ອໃຫ້ຄົນອ້ອມຂ້າງພໍໃຈ
2.ຢ່າຢ້ານຫຼືຢ່າໜີບັນຫາຫຼືໜີໃນສິ່ງທີ່ບໍ່ມັກ: ການເຮັດວຽກເປັນເລື່ອງປົກກະຕິທີ່ຕ້ອງພົບບັນຫາແລະອຸປະສັກເຊິ່ງເປັນເລື່ອງປົກກະຕິທີ່ເຮົາຫຼີກລ່ຽງບໍ່ໄດ້ ເຊິ່ງອາດຈະຕ້ອງພົບບັນຫາທີ່ໃຫຍ່ຂື້ນແລະຊັບຊ້ອນຫຼາຍຂຶ້ນແນ່ນອນ
3.ຢ່າຢ້ານທີ່ຈະຜິດພາດ: ເພາະເຮົາທຸກຄົນມີໂອກາດຜິດພາດກັນໄດ້ທັງນັ້ນ ແທ້ຈິງແລ້ວຜິດພາດຄືສິ່ງທີ່ດີເພາະຄວາມຜິດພາດທີ່ເຮົາກໍ່ຂຶ້ນຄືຫຼັກຖານທີ່ພິສູດແລ້ວວ່າເຮົາໄດ້ລອງລົງມືເຮັດແລ້ວແລະວິທີການນີ້ສະຫຼຸບວ່າມັນບໍ່ສົມບູນດ້ວຍມຸມມອງແບບນີ້ຈະເຮັດໃຫ້ເຮົາເກີດຄວາມຄິດສ້າງສັນແລະຫາຫົນທາງໃໝ່
4.ຢ່າຫັກໂຫມເຮັດວຽກໜັກຈົນລືມດູແລຮັກສາສຸຂະພາບຂອງຕົນເອງ ບໍລິສັດເຂົາຄືຊິບໍ່ໄດ້ເສຍໃຈຫຼືເສຍດາຍຈາກການຈາກໄປຂອງເຮົາຢ່າງແນ່ນອນຖ້າເຮົາເຮັດວຽກຈົນລົ້ມປ່ວຍຫຼືອາດຈະຕ້ອງເສຍ ຊີ ວິດ ໃນອີກບໍ່ດົນເຊິ່ງບໍລິສັດຈະເອົາຄົນໃໝ່ມາແທນທີ່ເຮົາໄດ້ບໍ່ຊ້າ
5.ຢ່າຢ້ານກັບການປ່ຽນແປງ: ໃນຍຸກນີ້ການປ່ຽນແປງເກີດຂຶ້ນໄດ້ທັງໃນແງ່ບວກແລະໃນແງ່ລົບຢ່າງວ່ອງໄວຫຼາຍ ບໍລິສັດທີ່ເຄີຍໃຫຍ່ໂຕ ແລະໝັ່ນຄົງມາດົນນານ 20-30ປີຍັງລົ້ມ ຫຼາຍບ່ອຍປົດກິດຈະການໄປກໍມີຫຼາຍແຕ່ກໍມີອີກຫຼາຍບໍລິສັດເຊັ່ນກັນທີ່ປັບຕົວແລະປ່ຽນແປງໄດ້ໄວ
6.ຢ່າເຮັດວຽກພຽງແຕ່ພໍຜ່ານ: ເພາະວຽກຂອງເຮົາຄືຮູບພາບທີ່ຄົ ນອື່ນເບິ່ງເຫັນມັນກໍແມ່ນທີ່ວ່າບາງມື້ເຮົາອາດຈະເມື່ອຍ,ອາດຈະອາລົມບໍ່ດີ ແຕ່ບໍ່ຄວນເອົາເລື່ອງເຫຼົ່ານັ້ນໄປລົງກັບຜົນງານທີ່ເຮົາກຳລັງຈະເຮັດຫຼືຕ້ອງເຮັດເພາະການເຮັດວຽກດ້ວຍອາລົມທີ່ບໍ່ດີ
7.ຢ່າຢຸດທີ່ຈະຮຽນຮູ້ື: ຄົນທີ່ຢຸດຮຽນຮູ້ເທົ່າກັບວ່າເຂົາຕັດອານາຄົດຕົນເອງແລະອາຊີບຂອງເຂົາໄປຮຽບຮ້ອຍແລ້ວຖ້າຕອນນີ້ຄວາມຮູ້ມີການອັບເດດຕະຫຼອດເວລາເຮົາຈະກ້າວໃຫ້ທັນກະແສການປ່ຽນແປງ