ປູຕິນຮູ້ທັນ! ສະຫະລັດແກ່ຍາວສົງຄາມຢູເຄຼນ-ປັ່ນວິກິດໄຕ້ຫວັນຫວັງຮັກສາຄວາມເປັນເຈົ້າໂລກ

ປູຕິນຮູ້ທັນ! ສະຫະລັດແກ່ຍາວສົງຄາມຢູເຄຼນ-ປັ່ນວິກິດໄຕ້ຫວັນຫວັງຮັກສາຄວາມເປັນເຈົ້າໂລກ


ປະທານາທິບໍດີວະລາດິມີ ປູຕິນ ແຫ່ງຣັດເຊຍກ່າວວ່າສະຫະລັດກຳລັງເຮັດໃຫ້ສົງຄາມໃນຢູເຄຼນຢືດເຍື້ອດົນນາອອກໄປ ສ່ວນໜື່ງໃນສິ່ງທີ່ເຂົາຮຽກວ່າເປັນຄວາມພະຍາຍາມຂອງ ວໍຊິງຕັນ ເພື່ອຮັກສາຄວາມເປັນເຈົ້າໂລກຂອງອາເມລິກາ

ນອກຈາກນີ້ແລ້ວເຂົາຍັງກ່າວເຖິງການເດີນທາງຢ້ຽມໄຕ້ຫວັນຂອງທ່ານນາງ ແນນຊີ ເພໂລຊີ ປະທານສະພາຜູ້ແທນລາດສະຫະລັດ ຍົວຕົວຢ່າງເປັນອີກຄວາມພະຍາຍາມປຸກປັ່ນບັນທອນສະຖຽນລະພາບໂລກຂອງອາເມລິກາ
“ ສະຖານະການໃນຢູເຄຼນສະແດງໃຫ້ເຫັນວ່າ ສະຫະລັດກຳລັງພະຍາຍາມແກ່ຍາວຕວາມຂັດແຍ້ງ” ປະທານາທິບໍດີຣັດເຊຍກ່າວປາໄສໃນພິທີເປີດການປະຊຸມດ້ານຄວາມໝັ່ນຄົງໜື່ງໃນມອສໂກ


“ ວໍຊິງຕັນກຳລັງໃຊ້ປະຊາຊົນຊາວຢູເຄຼນເປັນເຄື່ອງມືໃນການເຮັດສົງຄາມ” ເຂົາກ່າວ ປະນາມກໍລະນີທີ່ສະຫະລັດຈັດຫາອາວຸດປ້ອນແກ່ຢູເຄຼນ “ພວກເຂົາຕ້ອງການຄວາມຂັດແຍ້ງຕ່າງໆ ເພື່ອຄົງໄວ້ເຊິ່ງສະຖານະຄວາມເປັນເຈົ້າໂລກຂອງພວກເຂົາ” ປູຕິນລະບຸ


ເຊິ່ງມີການລະບຸວ່າ ຣັດເຊຍເປີດສາກການຮຸກຮານຢູເຄຼນໃນເດືອນກຸມພາ ຄາດໝາຍວ່າຈະພົບການຕໍ່ຕ້ານທາງທະຫານພຽງເລັກໜ້ອຍແລະຫວັງບຸກຍືດແບບສາຍຟ້າແລບທີ່ຈະເປີດທາງໂຄ່ນອຳນາດລັດຖະບານໃນກຣຸ່ງຄຽບ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page