ສະຫະລັດທົດສອບລູກສອນໄຟຂ້າມທະວີບຕິດຫົວຮົບນິວເຄຼຍ ທ່າມກາງຄວາມຕືງຄຽດກັບຣັດເຊຍ-ຈີນ

ສະຫະລັດທົດສອບລູກສອນໄຟຂ້າມທະວີບຕິດຫົວຮົບນິວເຄຼຍ ທ່າມກາງຄວາມຕືງຄຽດກັບຣັດເຊຍ-ຈີນ


ສະຫະລັດປະສົບຄວາມສຳເລັດໃນການທົດສອບລູກສອນໄຟແບບຖິ້ມຕົວໄລຍະໄກ ສັກກາຍະພາບຕິດຫົວຮົບນິວເຄຼຍ ຫຼັງເຄີຍເລື່ອນການທົດສອບມາແລ້ວ 2ຄັ້ງ ເພື່ອຫຼີກລ່ຽງຄວາມຕືງຄຽດກັບຣັດເຊຍແລະຈີນ ທ່າມກາງສະຖານະການຄວາມຮ້ອນກ່ຽວກັບຢູເຄຼນແລະໄຕ້ຫວັນ


ກອງບັນທາການໂຈມທີ່ທົ່ວໂລກແຫ່ງກອງທັບອາກາດ ຍິງລູກສອນໄຟແບບຖິ້ມຕົວຂ້າມທະວີບ ມິນິດແມນທີ ພຸ່ງເໜືອມະຫາສະໝຸດປາຊີຟຣິກ ຈາກຖານທັບກອງກຳລັງອາວະກາດແວນເດນເບິກ ໃນແຄລິຟໍເນຍ
ລູກສອນໄຟບັນທຸກໂດຍຍານນຳກັບສູ່ຊັ້ນບັນຍາກາດທີ່ຕ້ອງການທົດສອບ ຂະນະທີ່ລູກສອນໄຟຊະນິດນີ້ມີສັກກາຍະພາບຕິດຫົວຮົບນິວເຄຼຍໃນຄວາມຂັດແຍ້ງທາງຍຸດທະສາດໃດໆ



ລາຍງານລະບຸວ່າ ຍານນຳກັບພຸ່ງເປັນໄລຍະເກືອບ 6.670ກິໂລແມັດ ມຸ່ງສູ່ເກາະປະກາລັງຄາວາຈາລີນ ໃນໝູ່ເກາະມາແຊ ທາງຕາຕົກຂອງປາຊີຟິກກອງທັບອາກາດສະຫະລັດ ລະບຸໃນຄຳຖະແຫຼງວ່າ “ ການທົດສອບນີ້ເປັນສ່ວນໜື່ງຂອງການເຄື່ນໄຫວປົກກະຕິແລະເປັນໄລຍະ ທີ່ມີເຈດຕະນາສະແດງໃຫ້ເຫັນວ່າການປາບປາມທາງນິວເຄຼຍຂອງສະຫະລັດນັ້ນມີຄວາມປອດໄພແນ່ນອນ ໄວ້ວາງໃຈໄດ້ມີປະສິດທິພາບ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page