ເຮົາຢາກມີຊີວິດທີ່ດີຂຶ້ນບໍ? ຄວນປ່ຽນທີ່ຕົນເອງ ຮູ້ຫຼືບໍວ່ານິໄສບາງຢ່າງເຮັດໃຫ້ເຮົາບໍ່ມີຄວາມສຸກ,ບໍ່ປະສົບຄວາມສຳເລັດ ລອງເບິ່່ງຕົວເຮົາເອງວ່າເຮົາເປັນແບບນີ້ບໍ ກັບ 6ນິໄສທີ່ຄວນຢຸດເຮັດຖ້າຢາກມີຊີວິດທີ່ດີຂຶ້ນ
1.ໂທດແຕ່ຄົນອື່ນ: ຫຼາຍໆຄົນຢ້ານທີ່ຈະຕ້ອງເປັນຄົນຜິດ ຈື່ງເລືອກທີ່ຈະໂທດຄົນອື່ນຖິ້ມຄວາມຜິດໄປໃຫ້ຄົນອື່ນສະເໝີ ເຊິ່ງນິໄສນີ້ເປັນນິໄສທີ່ບໍ່ໜ້າຮັກ ຖ້າເຮົາເຮັດຕິດເປັນນິໄສໝູ່ເພື່ອນອາດຈະບໍ່ຢາກຄົບ
2.ຕົວະເລື່ອງເລັກໆ ໜ້ອຍໆ: ບໍ່ວ່າໃຜກໍຢາກທີ່ຈະດູດີໃນສາຍຕາຄົນອື່ນ ແຕ່ບາງຄົນອາຍໃນສິ່ງທີ່ຕົນເອງເປັນ ຈື່ງເລືອກທີ່ຈະຕົວະໃນສິ່ງທີ່ຕົນເອງບໍ່ໄດ້ເປັນເລີ່ມຈາກເລື່ອງເລັກໜ້ອຍເເຕ່ເມື່ອເຮົາເຮັດໄປຈົນຕິດເປັນນິໄສແລ້ວ ເລື່ອງເລັກໜ້ອຍອາດຈະເປັນເລື່ອງໃຫຍ່
3.ໃຊ້ເງີນເກີນຕົວ: ຈະເຮັດໃຫ້ເຮົາຕິດຢູ່ໃນວົງຈອນທີ່ເຂົ້າງ່າຍແຕ່ອອກຍາກຄືການເປັນໜີ້ສິ່ນ ເຊິ່ງວົງຈອນນີ້ບໍ່ແມ່ນວົງຈອນທີ່ມີຄວາມສຸກທຸກມື້ ເຮົາຕ້ອງຄິດວ່າຈະມີເງີນໃສມາໃຊ້ໜີ້
4.ຈົ່ມກັບທຸກເລື່ອງ: ລອງຄິດເບີ່ງຖ້າເຮົາຕ້ອງຢູ່ກັບຄົນທີ່ມັກຈົ່ມ,ບໍ່ພໍໃຈບໍ່ມັກກໍຈົ່ມບໍ່ເຊົາ ເຮົາຢາກຫຼີກລ່ຽງອອກຈາກສະຖານະການທີ່ອຶດອັດແບບນີ້ໃຫ້ໄວທີ່ສຸດແມ່ນບໍ ດັ່ງນັ້ນຖ້າບໍ່ຢາກໃຫ້ຄົນອື່ນຮູ້ສຶກແບບດຽວກັນກໍຢ່າຈົ່ມທຸກເລື່ອງ
5.ຢ້ານເລື່ອງຍາກໆ: ຄວາມຢ້ານກໍເປັນອີກ 1ອຸປະສັກທີ່ດຶງບໍ່ໃຫ້ເຮົາກ້າເດີນໄປທາງໜ້າ ຖ້າເຮົາບໍ່ກ້າເຮັດໃນເລື່ອງຍາກໆ ເຮົາກໍຈະບໍ່ກ້າວໄປໃສຍັງຢູ່ບ່ອນເກົ່າສະເໝີ ຢ່າຢ້ານຄວາມຜິດພາດຫຼືລົ້ມເຫຼວ ລອງເຮັດເບິ່ງກ່ອນ ການທີ່ເຮົາລອງເຮັດຕັ້ງແຕ່ທຳອິດບໍ່ໄດ້$າຍຄວາມວ່າເຮົາຈະລົ້ມເຫຼວຕັ້ງແຕ່ຍັງບໍ່ທັນເລີ່ມຕົ້ນ.
6. ເລື່ອນມື້ລົງມືເຮັດ: ຖ້າເຮົາຢາກມີຊີວິດທີ່ຂຶ້ນ ຢຸດເຮັດໃນການເລື່ອນມື້ ລົບຄຳວ່າແລ້ວຄ່ອຍເຮັດ ແລ້ວຄ່ອຍທຳ ອອກຈາກຫົວໄປໄດ້ເລີຍ ເພາະການທີ່ເຮົາຟາງແຕ່ຄິດວ່າແລ້ວຄ່ອຍເຮັດ ເຮົາອາດຈະກ້າວຕາມຄົນອື່ນບໍ່ທັນ ຈົນເຮັດໃຫ້ເສຍໂແກາດດີໆໃນຊີວິດໄປກໍໄດ້.