ຮຽນແບບໜັງ! ໂຈນຫວັງປຸ້ນທະນາຄານດ້ວຍການຂຸດອຸໂມງສຸດທ້າຍຕິດຢູ່ຫຼຸມ

ຮຽນແບບໜັງ! ໂຈນຫວັງປຸ້ນທະນາຄານດ້ວຍການຂຸດອຸໂມງສຸດທ້າຍຕິດຢູ່ຫຼຸມ

ຕຳຫຼວດໃຫ້ການຊ່ວຍເຫຼືອຊາຍຄົນໜື່ງຕິດຢູ່ໃນຫຼຸມເລິກປະມານ 6ແມັດ ກາງກຣຸງໂຣມ ຂອງອີຕາລີ ໂດຍໃຊ້ເວລາເກືອບ 8ຊົ່ວໂມງ ຈົນຊ່ວຍອອກມາໄດ້ສຳເລັດ


ຈາກການສອບສວນຄາດວ່າຊາຍຄົນດັ່ງກ່າວອາດຈະກຽມວາງແຜນເຂົ້າປົ້ນທະນາຄານດ້ວຍການຂຸດອຸໂມງ ຄ້າຍຄືໃນໜັງ ແຕ່ເກີດດິນຫຼົ່ມປິດອຸໂມງກ່ອນ ຕໍ່ມາຕຳຫຼວດໄດ້ຕາມລວມຜູ້ຮ່ວມຂະບວນການອີກ 3ຄົນ ແຕ່ທັງມົດຍັງໃຫ້ການປະຕິເສດເຖິງແມ່ນວ່າຫຼັກຖານຈະຊັດເຈນຕຳຫຼວດເຮັດໄດ້ພຽງຕັ້ງຂໍ້ຫາກະທຳການໃຫ້ຊັບສິນສາທາລະນະເສຍຫາຍ

ເບືອງຕົ້ນຄາດວ່າ ຄົນກຸູ່ນນີ້ອາດຈະລົງມືຂຸດວັນທີ 15ສິງຫາ ເພາະເປັນມື້ພັກຍາວຄົນໃນເມືອງເດີຍທາງອອກນອກເມືອງ ເຮັດໃຫ້ໃນເມືອງມິດຫງຽບກວ່າປົກກະຕິຄົນຮ້າຍເລີຍສວາຍໂອກາດນີກໍ່ເຫດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page