ນິໄສຂອງສາມີພັນລະຍາ ຍິ່ງຢູ່ດ້ວຍກັນຍິ່ງດີ ນຳພາກັນສູ່ຄວາມຈະເລີນ

ນິໄສຂອງສາມີພັນລະຍາ ຍິ່ງຢູ່ດ້ວຍກັນຍິ່ງດີ ນຳພາກັນສູ່ຄວາມຈະເລີນ


1.ເບິ່ງແຍງເອົາໃຈໃສ່ເຊິ່ງກັນແລະກັນ: ເປັນສິ່ງທີ່ຂາດບໍ່ໄດ້ເລີຍເພາະການທີ່ເປັນແຟນກັນ ຜູ້ຍິງຈະຄາດຫວັງສະເໝີວ່າຕົນເອງຈະເປັນເຈົ້າຫຍິງຂອງຄົນທີ່ເຮົາຮັກ ເພາະດັ່ງນັ້ນເຮົາຕ້ອງເບິ່ງແຍງເອົາໃຈໃສ່ ເພື່ອຈະເຮັດໃຫ້ເຮົາຮູ້ສຶກວ່າເປັນຄົນພິເສດຂອງເຮົາສະເໝີ


2. ໃນເຢັນແລະມີເຫດຜົນສະເໝີ: ເພາະຜູ້ຍິງຮູ້ວ່າບາງຄັ້ງຕົນເອງຈະໃຊ້ອາລົມເໜືອເຫດຜົນ ຈື່ງຢາກໄດ້ແຟນທີ່ໃຈເຢັນ ທີ່ສາມາດຍອມຮັບແລະອົດທົນເມື່ອເຮົາຄຽດໄດ້ແລະມີຄວາມເປັນຜູ້ໃຫຍ່ພໍ ທີ່ຈະເຮັດໃຫ້ຢູ່ໃນທິດທາງທີ່ຖືກຕ້ອງ,ບໍ່ເອົາໃຈຫຼືຕາມໃຈຫຼາຍເກີນໄປ.


3.ການມີເວລາໃຫ້: ຜູ້ຍິງສ່ວນຫຼາຍນັ້ນຈະຕ້ອງການສົນທະນາ ຫຼາຍກວ່າຜູ້ຊາຍ ຢາກເຫັນໜ້າ, ຢາກໃຊ້ເວລາກັບເຮົາ ຫາກເຮົາມີເວລາໃຫ້ໄດ້ຢ່າງເຕັມທີ່,ຄວນພາໄປກິນເຂົ້າ,ເບິ່ງໜັງຟັງເພງ ໃຊ້ເວລາຮ່ວມກັນຫຼາຍໆ ຈະໄດ້ຮູ້ສຶກວ່າເປັນຄົນສຳຄັນຂອງເຮົາແລະຮັກເຮົາຫຼາຍຂຶ້ນ.


4.ເຮັດໃຫ້ຮູ້ສຶກວ່າອຸ່ນໃຈທີ່ມີເຮົາ: ຖ້າເຮົາເຮັດໃຫ້ອຸ່ນໃຈຢູ່ສະເໝີ ເມື່ອມີເຮົາຢູ່ຖືວ່າເຮົາປະສົບຄວາມສຳເລັດຫຼາຍແປວ່າຜູ້ຍິງໄດ້ມອບຄວາມໄວ້ໃຈແລະໝັ່ນໃຈໃຫ້ເຮົາແລ້ວ ແລະ ສິ່ງສຳຄັນຄື ຈະເຮັດໃຫ້ຜູ້ຍິງສຶກແບບນີ້ໄດຄ້ຄືຢູ່ຄຽງຂ້າງສະເໝີ


5.ເປັນໝູ່ຄູ່ຄິດທີ່ດີ: ເຖິງແມ່ນວ່າຜູ້ຍິງຈະເຂັ້ມແຂງເທົ່າໃດ ກໍຕ້ອງການທີ່ປຶກສາຫຼືຄົນທີ່ໃຫ້ຄຳແນະນຳໄວ້ຊ່ວຍແກ້ບັນຫາ ຕ້ອງການຄົນທີ່ຊ່ວຍຄິດຊ່ວຍຕັດສິນໃຈ ໃນສະຖານະການທີ່ຍາກ ດັ່ງນັ້ນຜູ້ຊາຍທີ່ມີຄວາມເປັນຜູ້ນຳສູງແລະສາມາດເປັນຄູ່ຄິດໄດ້ຈື່ງໜ້າຫຼົງໄຫຼສຳລັບສາວໆ.
6.ເປັນຜູ້ຟັງທີ່ດີສະເໝີ: ສິ່ງທີ່ຜູ້ໃຫຍ່ເປັນກໍຄືມັກເວົ້າ,ເວົ້າຫຼາຍກວ່າຜູ້ຊາຍ,ຈົ່ມ ລະບາຍເລື່ອງລາວຕ່າງໆ ທີ່ຜູ້ຍິງໄດ້ພົບໃນແຕ່ລະມື້ ພຽງໄດ້ເວົ້າ ໄດ້ລະບາຍເທົ່ານີ້ກໍຮູ້ສຶກດີແລ້ວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page