10ອັນດັບແມ່ນ້ຳສາຍສຳຄັນທີ່ສຸດຂອງໂລກ

10ອັນດັບແມ່ນ້ຳສາຍສຳຄັນທີ່ສຸດຂອງໂລກ



10. Sepik River ເເມ່ນ້ຳເຊປິກ ເປັນແມ່ນ້ຳທີ່ຍາວທີ່ສຸດໃນດິນແດນນິວກິນີທີ່ໄຫຼຍາວລົງມາຈາກພູວິກເຕີເອັມມານູເອ ທາງຕອນກາງຂອງປາປົວນິວກິນີ ແລະ ໄຫຼລົງສູ່ທະເລບິດມາກໂດຍກົງ ບໍ່ມີສາມຫຼ່ຽມປາກແມ່ນ້ຳຄືກັບແມ່ນ້ຳສາຍອື່ນມີຄວາມຍາວ 1.126ກິໂລແມັດ


9. Mississippi River ແມ່ນໍ້າມິດຊິດຊິບປີ້ ເປັນລະບົບແມ່ນ້ຳທີ່ໃຫຍ່ທີ່ສຸດຫຼືໃຫຍ່ມີ່ສຸດໃນສະຫະລັດອາເມລິກາ ລວມເຖິງທັງໃນທະວີບອາເມລິກາ ດ້ວຍຄວາມຍາວປະມານ 3.730ກິໂລແມັດ ທີ່ເລີ່ມຕັ້ງແຕ່ທະເລສາບ Itasca ໃນລັດມິນນິໂຊຕາໄຫຼລົງໄປຈອດອ່າວເມັກຊີໂກ


8. Volga River ຣັດເຊຍຖືວ່າແມ່ນ້ຳນີ້ເປັນແມ່ນ້ຳທີ່ສຳຄັນທີ່ສຸດໃນປະເທດເຊັ່ນກັນ ເພາະມັນໄຫຼຜ່ານເມືອງໃຫຍ່ໃນປະເທດຫຼາຍກວ່າ 20ເມືອງ ຈຸດເລີ່ມຕົ້ນຢູ່ບໍລິເວນທາງຕາເວັນອອກສຽງເໜືອຂອງກຣຸງມອສໂຄໄປຈອດທະເລແຄປ້ຽນ ມີຄວາມຍາວ 3,645ກິໂລແມັດ
7. Zambezi ແມ່ນ້ຳຊໍາເບຊີເປັນແມ່ນ້ຳທີ່ຍາວທີ່ສຸດເປັນອັນດັບ 4ຂອງອາຟຣິກກາ ໂດຍມີຄວາມຍາວ 3.540ກິໂລແມັດ ເລີ່ີມຕົ້ນໃນພື້ນທີ່ລຸ່ມນ້ຳສີດຳທາງເວັນຕົກສ
ຽງເໜືອຂອງແຊມເບຍ


6. Mekong River:ແມ່ນ້ຳຂອງເປັນແມ່ນ້ຳທີ່ຍາວເປັນອັນດັບ 12ຂອງໂລກ ດ້ວຍໄລຍະທາງກວ່າ 4.350ກິໂລແມັດ ໄຫຼຈາກພູຕິເບດຜ່ານເຂດຢູນານຂອງຈີນ,ລາວ,ໄທ,ມຽນມາ,ຫວຽດນາມແລະກຳປູເຈຍ
5. Ganges ແມ່ນ້ຳຄົງຄາມີຕົ້ນກຳເນີດມາຈາກພູເຂົາຫິມະໄລຕາເວັນຕົກໃນອິນເດຍແລະໄຫຼລົງສູ່ສາມຫຼ່ຽມປາກແມ່ນ້ຳຊັນເດບັນໃນອ່າວເບງກອນ ແມ່ນ້ຳສາຍນີ້ເປັນແມ່ນ້ຳທີ່ໄດ້ຮັບການຍອມຮັບເປັນແມ່ນ້ຳທີ່ສັກສິດຂອງຊາວອິນດູ


4. Danube ແມ່ນໍ້າດານູບເປັນແມ່ນ້ຳທີ່ສຳຄັນທີ່ສຸດຂອງຢູໂຣບ ເປັນໜື່ງໃນພົມແດນທຳມະຊາດອັນຍາວນານ ແລະປະຈຸບັນເປັນສ່ວນໜື່ງຂອງພົມແດນປະເທດຢູໂຣບສິບປະເທດ ໄລຍະທາງປະມານ 2.850ກິໂລແມັດ
3.Yangtze River ມີໄລຍະທາງປະມານ 6.300ກິໂລແມັດ ເຮັດໃຫ້ແມ່ນ້ຳແຍງຊີໄດ້ຊື່ວ່າເປັນແມ່ນ້ຳສາຍທີ່ຍາວທີ່ສຸດຂອງຈີນແລະມີຊື່ສຽງທີ່ສຸດສາຍໜື່ງຂອງໂລກ ເລີ່ມຈາກພູເຂົານ້ຳແຂງທາງຕາເວັນອອກຂອງພູຕິເບດ


2. Nile ແມ່ນ້ຳໄນແປກກວ່າແມ່ນ້ຳສາຍອື່ນເພາະໄຫຼຈາກໃຕ້ສູ່ທິດເໜືອ ມີຕົ້ນກຳເນີດຢູ່ທາງອາຟຣິກກາຕາເວັນອອກແລະໄຫຼໄປເຖິງທະເລເມດິເຕລາເນ ເປັນແຫຼ່ງອາລະຍະທຳທີ່ສຳຄັນຂອງໂລກ


1. Amazon Rive: ແມ່ນ້ຳອາເມຊອນມີຂະໜາດນ້ອຍກວ່າແມ່ນ້ຳໄນ ແຕ່ຖ້າທຽບດ້ວຍປະລິມານນ້ຳແລ້ວ ມາເມຊອນເປັນແຫຼ່ງນ້ຳຈືດ 1ໃນ5ຂອງໂລກ ເຊິ່ງໄດ້ໄຫຼຜ່ານແຖບອາເມລິກາໄຕ້ກ່ອນໄຫຼລົງສູ່ມະຫາສະໝຸດອັດລັງຕິກ.
https://www.thepassport.travel/travel-update/tips/10-most-important-rivers-in-the-world

Leave a Reply

Your email address will not be published. Required fields are marked *

You cannot copy content of this page