ອິນເດຍປະກາດຕັ້ງເປົ້າໝາຍ 25ປີ ຈະປ່ຽນເປັນປະເທດທີ່ພັດທະນາ

ອິນເດຍປະກາດຕັ້ງເປົ້າໝາຍ 25ປີ ຈະປ່ຽນເປັນປະເທດທີ່ພັດທະນາ

ທ່ານ ນະເຣນຣາ ໂມດີ ນາຍົກລັດຖະມົນຕີ ຂອງປະເທດອິນເດຍ ກ່າວໃນໂອກາດຄົບຮອບ 75ປີ ການໄດ້ຮັບເອກະລາດຈາກອັງກິດໃນປ້ອມແດງໃນກຣຸງນິວເດລີ ຕັ້ງເປົ້າໝາຍເປັນປະເທດພັດນາແລ້ວໃນອີກ 25ປີທາງໜ້າ

ພ້ອມສະໜັບສໜູນການຜະລິດທັງດ້ານພະລັງງານ, ການປ້ອງກັນ ລວມທັງເທັກໂນໂລຊີດິຈິຕອນ ແລະຍັງກະຕຸ້ນເຍົາວະຊົນໃຫ້ຕັ້ງເປົ້າໝາຍທີ່ຍິ່ງໃຫຍ່ ເພື່ອຄວາມກ້າວນ້າຂອງປະເທດຊາດ ປະຈຸບັນອິນເດຍມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 6ຂອງໂລກ ແລະຄາດວ່າໃນປີງົບປະມານປະຈຸບັນເຊິ່ງສິ້ນສຸດໃນເດືອນ ມີນາ2566ຈະເຕີບໃຫຍ່ທາງເສດຖະກິດເກີນກວ່າ 7% ຖືວ່າວ່ອງໄວທີ່ສຸດໃນກຸ່ມເສດຖະກິດຫຼັກ

ຂະນະດຽວກັນຜູ້ຊ່ຽວຊານຍັງເຊື່ອວ່າ ອິນເດຍຈະຂະຫຍາຍໄປສູ່ເສດຖະກິດອັນດັບ 3ຂອງໂລກໄດ້ ພາຍໃນປີ 2593ຮອງຈາກສະຫະລັດແລະຈີນ ດ້ວຍແຮງງານທີ່ມີທັກສະສູງ ມີຄວາມສາມາດດ້ານເທັກໂນໂລຊີຂໍ້ມູນຂ່າວສານ,ອຸດສາຫະກຳຍານອາກາດແລະພະລັງງານນິວເຄຼຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page