ອັງກິດກຽມນຳເຂົ້າອາຍແກ໊ຊອອສເຕຣເລຍ ເລັ່ງຫາພະລັງງານທົດແທນຣັດເຊຍ
ອັງກິດກຽມນຳເຂົ້າອາຍແກ໊ຊອອສເຕຣເລຍ ຫຼັງແຮງກົດດັນດ້ານການສະໜອງພະລັງງານຂອງຢູໂຮບເພີ່ມສູງຂຶ້ນ ໂດຍຂໍ້ມູນຈາກນັກວະເຄາະສິນຄ້າລະບຸວ່າ ອາຍແກ໊ຊທຳມະຊາດຂອງອອສເຕຣເລຍມີກຳໜົດເດີນທາງຮອດອັງກິດໃນເດືອນສິງຫານີ້
ປົກກະຕິແລ້ວ ອອສເຕຣເລຍບໍ່ມີນະໂຍບາຍຈຳໜ່າຍອາຍແກ໊ຊໃຫ້ກັບປະເທດທີ່ຕັ້ງຢູ່ໃນໄລຍະໄກ ແຕ່ປະເທດຕ່າງໆຂອງຢູໂຣບພະຍາຍາມສະແຫວງຫາອາຍແກ໊ຊທົດແທນການສະໜອງຈາກຣັດເຊຍ ຫຼັງຣັດເຊຍຮຸກຮານຢູເຄຼນໂດຍອັງກິດລະງັບນຳເຂົ້າອາຍແກ໊ຊຈາກຣັດເຊຍໃນເດືອນເມສາ
ເຖິງແມ່ນວ່າອັງກິດຈພນຳເຂົ້າອາຍແກ໊ຊຈາກຣັດເຊຍພຽງເລັກໜ້ອຍຕັ້ງແຕ່ກ່ອນເກີດສົງຄາມໃນຢູເຄຼນ ແຕ່ອັງກິດມີຄວາມເຊື່ອງໂຍງກັບເຄືອຂ່າຍອາຍແກ໊ຊຂອງຢູໂຣບ ໂດຍທະວີບຢູໂຣບເພິ່ງພາອາຍແກ໊ຊຣັດເຊຍຫຼາຍກວ່າອັງກິດແລະມີການຫຼຸດການຈັດສົ່ງອາຍແກ໊ຊຜ່ານທໍ່ນອດຕີມແລ້ວ
ຣັດເຊຍຖຶກກ່າວຫາວ່າໃຊ້ອາຍແກ໊ຊເປັນອາວຸດທາງການເມືອງ ເຊິ່ງເຮັດໃຫ້ເກີດຄວາມວິຕົກກັງວົນວ່າຣັດເຊຍອາດຈະລະງັບການສົ່ງອາຍແກ໊ຊໃຫ້ກັບຢູໂຣບໂດຍສິ້ນເຊີງຫາກບໍ່ສາມາຫາຫົນທາງແກ້ໄຂວິກິດໃນຢູເຄຼນໄດ້.