ຢູເຄຼນເດືອດ! ໂວຍຫຼາຍຊາດຕາເວັນຕົກລໍຖ້າຄຽບຍອມແພ້ຣັດເຊຍຫວັງບັນຫາຈະຈົບລົງ

ຢູເຄຼນເດືອດ! ໂວຍຫຼາຍຊາດຕາເວັນຕົກລໍຖ້າຄຽບຍອມແພ້ຣັດເຊຍຫວັງບັນຫາຈະຈົບລົງ


ຫຼາຍປະເທດໃນຕາເວັນຕົກກຳລັງລໍຖ້າໃຫ້ຄຽບຍອມຈຳນົນຕໍ່ຣັດເຊຍແລະຄິດວ່າບັນຫາຕ່າງໆຂອງພວກເຂົາຈະຜ່ອນຄາຍທັນທີຖ້າຢູເຄຼນຕັດສິນໃຈຍອມແພ້ ຈາກຄຳສຳພາດຂອງ ດະມິທີ ຄູເລບາ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງຢູເຄຼນ ທີ່ເຜີຍແພ່


“ ຂ້ອຍຖຶກຖາມລະຫວ່າງການສຳພາດຫຼາຍຄັ້ງແລະລະຫວ່າງສົນທະນາກັບບັນດາລັດຖະມົນຕີຕ່າງປະເທດຊາດອື່ນໆ ວ່າເຮົາຈະຢູ່ໄດ້ດົນປານໃດ? ແທນທີ່ຈະຖາມວ່າສິ່ງໃດທີ່ພວກເຂົາສາມາດເຮັດໄດ້ເພື່ອຊ່ວຍເຮົາເອົາຊະນະປູຕິນ ໃນເວລາອັນສັ້ນທີ່ສຸດເທົ່າທີ່ຈະເປັນໄປໄດ້” ຄູເບລາກ່າວ ພ້ອມເນັ້ນວ່າຄຳຖາມເຫຼົ່ານັ້ນ ບົ່ງບອກວ່າທຸກຄົນ “ ກຳລັງລໍຖ້າໃຫ້ເຮົາຫຼົ່ມສະຫຼາຍແລະເພື່ອໃຫ້ບັນຫາຕ່າງໆຂອງພວກເຂົາໝົດໄປ”


ລັດຖະມົນຕີວ່າການກະຊວງການຕ່າງປະເທດທ່ານນີ້ບົ່ງຊີ້ຕໍ່ວ່າ ມີປະເທດຕາເວັນຕົກບາງຊາດຍອມຮັບໄດ້ກັບການຍອມຈຳນົນຂອງຢູເຄຼນໃນຄວາມຂັດແຍຂ້ງທາງທະຫານທີ່ກຳລັງສູ້ຮົບກັບຣັດເຊຍແລະຍອມຮັບໄດ້ກັບການທີ່ຢູເຄຼນຕ້ອງຍອມສະລະດິນແດນບາງສ່ວນ ບາງຢ່າງທີ່ຄຽບຢືນການຫຼາຍເທື່ອ ວ່າຈະບໍ່ຍິນຍອມຕໍ່ລອງນຳ

Leave a Reply

Your email address will not be published. Required fields are marked *

You cannot copy content of this page