5 ວິທີເຮັດຕົນເອງໃຫ້ມີສະເໜ່ ໃຜໆເຫັນກໍຕ້ອງສົນໃຈ
1.ໃສ່ໃຈກັບຄົນອ້ອມຂ້າງ: ນອກຈາກກະທັກທາຍເວລາພົບໜ້າຄົນອື່ນແລ້ວ ການຈື່ຈຳລາຍລະອຽດເລັກໆ ໜ້ອຍໆ ໃນຊີວິດຂອງເຂົາກໍເປັນເລື່ອງທີີ່ຄວນໃສ່ໃຈເຊັ່ນກັນ ເພື່ອທີ່ວ່າເມື່ອພົບກັນອີກຄັ້ງເຮົາຈະໄດ້ໂອ້ລົມຕໍ່ໄດ້ຖືກຖ້າເຮົາບໍ່ຫັດໃສ່ໃຈຄົນອື່ນເບິ່ງກໍອາດຈະເຮັດໃຫ້ເຮົາຣ້າແຕກໄດ້.
2.ບໍ່ເຮັດຕົນເອງໃຫ້ເດັ່ນຫວ່າຄົນອື່ນ: ບໍ່ວ່າຈະເປັນການເເຕ່ງຕົວຫຼືການເວົ້າຈາ ເພາະຖ້າເດັ່ນເກີນໄປ ກໍເຮັດໃຫ້ຄົນອື່ນເຂົາອິດສາ ການເວົ້າຢູ່ຄົນດຽວເຖິງແມ່ນວ່າເຮົາຈະມີອາລົມຍິ້ມແຍ້ມແລະເລົ່າເລື່ອງຕະຫຼົກໄດ້ດີ ແຕ່ກໍຄວນເປີດໂອກາດໃຫ້ຄົນອື່ນໄດ້ເລົ່າເລື່ອງຂອງເຂົາແດ່
3.ຫວ່ານສະເໜ່ໃຫ້ທຸກຄົນຢ່າງສະເໝີພາບ: ບໍ່ແມ່ນພຽງສົ່ງຍິ້ມຫວານໆ ໃຫ້ຊາຍຮູບຫຼໍ່ເທົ່ານັ້ນ ກັບໝູ່ຜູ້ຍິງເຮົາກັບເຮັດໜ້າບຸູດເຮົາຄວນຈະເຮັດດີກັບທຸກຄົນໃຫ້ສະເໝີກັນ ເຊັ່ນຍິ້ມແຍ້ມ,ສະແດງອັດທະຍາໄສອັນດີ ກັບທຸກຄົນບໍ່ວ່າເຂົາຈະເປັນລູກນ້ອງເປັນຊາຍຫຼືເປັນຍິງ
4.ຊື່ມຊົມຄົນອື່ນເບິ່ງ: ເບິ່ງຫາຂໍ້ດີຂອງຄົນອື່ນແລະກ່າວເຖິງແດ່ ເພາະຄົນເຮົາຢາກໄດ້ຍິນຄຳຊື່ນຊົມດ້ວຍກັນທັ້ງນັ້ນ ເຊັ່ນ ໝູ່ອາດຈະຈົ່ມວ່າແມ່ໂທມາຫາອີກແລ້ວຝາກຊື້ນັ້ນຊື້ນີ້ແທນທີ່ເຮົາຈະເວົ້າໃຫ້ແບບບໍ່ມ່ວນ ເຮົາຄວນເວົ້າວ່າໝູ່ເຮົາເປັນລູກຮັກ,ລູກກະຕັນຍູແມ່ຈື່ງໄດ້ຮຽກໃຊ້ສະເໝີ
5.ບໍ່ເຮັດຕົນເອງໃຫ້ເປັນຄົນສົມບູນແບບຕະຫຼອດເວລາ: ຄົນເຮົາທຸກຄົນມີຂໍ້ບົກພ່ອງກັນທັງໝົດ ພຽງແຕ່ເຮົາເອົາຂໍ້ບົກພ່ອງນັ້ນມາເປັນປົມດ້ວຍການເຮັດໃຫ້ອັບອາຍຖືວ່າເປັນຂອງທຳມະດາທີ່ເກີດຂື້ນໄດ້ກັບທຸກຄົນ ລອງຄິດກັບກັນວ່າຖ້າຫາກເຮົາໄປເຮັດຫຍັງທີ່ຜິດພາດມາ ເຮົາຄົງບໍ່ຢາກໃຫ້ມີໃຜເອົາເລື່ອງນັ້ໜມາເຮັດໃຫ້ເປັນປົມຂອງເຮົາອີກ ກັບກັນຫາກເຮົາຍອມຮັບວ່າທຸກຄົນມີຂໍ້ບົກພ່ອງແລະຍອມຮັບຂໍ້ບົກພ່ອງຂອງຕົນເອງໄດ້ ກໍຈະເຮັດໃຫ້ເຮົາພ້ອມທີ່ຈະພັດທະນາຕົນເອງຫຼາຍຂຶ້ນ.