ໝົດຫວັງ! ແຜນຕາເວັນຕົກໃສ່ດ່ຽວຣັດເຊຍໃນUN ຫຼາຍຊາດຖອດໃຈບໍຢາກເປັນສັດຕູກັບມອສໂກ
ນັບມື້ຄວາມພະຍາຍາມຂອງຕາເວັນຕົກໃນການໃສ່ດ່ຽວຣັດເຊຍໃນຢູເອັນ ກໍຢູ່ໃນອາການຖອດໃຈເລື້ອຍໆ ຫຼາຍປະເທດກຳລັງຕັ້ງຄຳຖາມວ່າ ການຮ່ວມມືຕໍ່ຕ້ານຣັດເຊຍເປັນການກະທຳທີ່ສະຫຼາດແທ້ຫຼືບໍ
ລວມທັງຍັງສົງໄສວ່າຄວາມຂັດແຍ້ງທີ່ເກີດຂຶ້ນໃນຂະນະນີ້ມີຄວາມສຳຄັນຢ່າງແທ້ຈິງເຖິງຂັ້ນທີ່ຕ້ອງໃຫ່້ການສະໜັບສະໜູນແບບບໍ່ມີທີ່ສິ້ນສຸດໂດຍທີ່ຕາເວັນຕົກຈັດຫາອາວຸດໃຫ້ຄຽບ ຂະນະທີ່ບໍ່ມີການເຈລະຈາຢ່າງສັນຕິທີ່ແທ້ຈິງເພື່ອຍຸຕິຄວາມຂັດແຍ້ງເທົ່ານັ້ນ
ເຊິ່ງຈາກການລາຍງານວ່າ ຄືນໜຶ່ງໃນເດືອນມີຖຸນາທີ່ຜ່ານມາ ພາຍໃຕ້ໂຄມຣະຍ້າຂອງຣັດເຊຍໃນກອງປະຊຸມສິຫິປະຊາຊາດ ( ຢູເອັນ) ໃນນິວຢອກ ເອກອັກຄະລັດຖະທູດເກືອບ10ຄົນຈາກອາຟຣິກກາ,ຕາເວັນອອກກາງ, ລາຕິນອາເມລິກາແລະອາຊີ ຮ່ວມງານສ້າງສັນເນື່ອງໃນໂອກາດວັນຊາດຂອງຣັດເຊຍ ເຊິ່ງເກີດຂຶ້ນຫຼັງຈາກກອງທັບແດນໝີຂາວບຸກຢູເຄຼນບໍ່ຮອດ 4ເດືອນ
ວາສິລິ ເນເບນເຊຍ ເອກອັກຄະລາດຖະທູດຣັດເຊຍປະຈຳຢູເອັນ ກ່າວຂອບໃຈທູດເຫຼົ່ານັ້ນສຳລັບການສະໜັບສະໜູນແລະຈຸດຢືນໃນການຄັດຄ້ານສົງຄາມທີ່ມຸ່ງຕໍ່ຕ້ານຣັດເຊຍຫຼັງຈາກກ່າວຫາຫຼາຍປະເທດໂດຍບໍ່ໄດ້ບົ່ງບອກວ່າພະຍາຍາມ “ ລົ້ມລ້າງ” ຣັດເຊຍແລະວັດທະນະທຳຣັດເຊຍ.