ສະຫະລັດບໍ່ຫວັ່ນຣັດເຊຍ-ຈີນຊວນຫຼາຍປະເທດຮ່ວມຊ້ອມຮົບລັ່ນບໍ່ກະທົບຈຸດຢືນສະຫະລັດ
ໂຄສົກກະຊວງຕ່າງປະເທດສະຫະລັດເປີດເຜີຍວ່າ ສະຫະລັດບໍ່ມີຄວາມກັງວົນຕໍ່ກໍລະນີທີ່ຣັດເຊຍ,ຈີນ,ອິນເດຍ ແລະປະເທດອື່ນໆ ຈັດການຊ້ອມຮົບທາງທະຫານຕາມແຜນທີ່ວາງໄວ້ ແລະເຊື່ອວ່າການຊ້ອມຮົບດັ່ງດ່າວຈະບໍ່ສົ່ງຜົນກະທົບຕໍ່ຄວາມພະຍາຍາມຂອງສະຫະລັດ
ໃນການໃສ່ດ່ຽວຣັດເຊຍເພີ່ມຕອບໂຕ້ກໍລະນີການໃຊ້ກຳລັງທະຫານຮຸກຮານຢູເຄຼນ “ເປັນການຮ່ວມຊ້ອມຮົບທີ່ກ່ຽວຂ້ອງກັບຫຼາຍປະເທດ ບໍ່ພຽງແຕ່ຣັດເຊຍແລະຈີນເທົ່ານັ້ນ ແຕ່ເຮົາເບິ່ງວ່າປະເທດທີ່ເຂົ້າຮ່ວມໃນການຊ້ອມຮົບຄັ້ງນີ້ເກືອບໝົດເປັນປະເທດທີ່ຮ່ວມຝຶກຊ້ອມແລະແລກປ່ຽນທາງການທະຫານກັບສະຫະລັດເປັນປະຈຳດ້ວຍເຊັ່ນກັນ ແລະເຮົາຈະບໍ່ຕີຄວາມໝາຍການຊ້ອມຮົບດັ່ງກ່າວມີຜົນກະທົບຕໍ່ຈຸດຢືນຂອງສະຫະລັດ”
ທັ້ງນີ້ຄວາມສຳພັນລະຫວ່າງຣັດເຊຍແລະຈີນ ທີກຳລັງເລີ່ມຂຶ້ນ ຍັງຄົງສ້າງຄວາມກັງວົນໃຈຕໍ່ສະຫະລັດ ເນື່ອງຈາກວິໄສທັດທີ່ທັງສອງປະເທດຝັກໃຝ່ນັ້ນຂັດແຍ້ງກັບລະບົບເສລີນິຍົມ ແນວໃດກໍຕາມສະຫະລັດຍັງພົບວ່າຈີນຈະຢື່ນມືຊ່ວຍເຫຼືອຣັດເຊຍໃນການຫຼີກລ່ຽງມາດຕາການຂວ້ຳບາດຈາກຊາດຕາເວັນຕົກຢ່າງແຈ່ມແຈ້ງຫຼືສົ່ງມອບອຸປະກອນທາງການທະຫານແກ່ຣັດເຊຍໃນການເຮັດເສິກກັບຢູເຄຼນ.