ຊ່ວງທີ່ອາກາດປ່ຽນແປງຕະຫຼອດທັງຝົນຕົກ,ແດດອອກ ອາດຈະເຮັດໃຫ້ຫຼາຍຄົນບໍ່ສະບາຍໄດ້ງ່າຍ ການຮັບປະທານອາຫານທີ່ມີປະໂຫຍດ ຈະຊ່ວຍເສີມສ້າງພູມຄຸ້ມກັນໃຫ້ຮ່າງກາຍແຂງແຮງໄດ້
ຜັກກາດຂາວ: ມີວິຕາມິນຊີສູງຊ່ວຍສ້າງພູມຄຸ້ມກັນໃຫ້ແຂງແຮງຂຶ້ນແລະວິຕາມິນຊີຍັງຊ່ວຍແກ້ອາການໄອໄດ້ເປັນຢ່າງດີ
ຫົວຜັກບົ່ວໃຫຍ່: ມີຊັບພະຄຸນຊ່ວຍບັນເທົາອາການໄອໄດ້ດີ ເຊິ່ງໄດ້ມີການໃຊ້ຢ່າງແພ່ຫຼາຍເພື່ອໃຊ້ຮັກສາໂລກຫຼອດລົມອັກເສບ,ອາການໄອ,ການຕິດເຊື້ອ ພຽງຮັບປະທານກໍຈະຊ່ວຍໄດ້
ຂີງ: ຂີງສົດຍັງມີປະສິດທິພາບຕໍ່ຕ້ານການສະສົມຂອງເຊື້ອໄວຣັດເຊຍໄດ້ດີກວ່າຂີງແຫ້ງ ໂດຍນຳຂີງສົດກັບນໍ້າໝາກນາວປະສົມກັນແລ້ວໃສ່ເກືອເລັກໜ້ອຍ ຈະຊ່ວຍບັນເທົາອາການຫວັດແລະໄອໃຫ້ດີຂຶ້ນ.
ກະທຽມ:ຊ່ວຍບັນເທົາອາການເຈັບຄໍ ຊ່ວຍຫຼຸດການໄອ ພຽງແຕ່ນຳກະທຽມປະສົມນ້ຳເຜິ້ງ,ໝາກນາວລົງໃນນ້ຳອຸ່ນແລ້ວດື່ມ
ກະລໍ່າປີ: ເຊິ່ງອຸດົມໄປດ້ວຍວິຕາມິນຊີຈະຊ່ວຍສ້າງພູມຄຸມກັນໃຫ້ຮ່າງກາຍແຂງແຮງຂຶ້ນແລະກຳຈັດອານຸມູນອິດສະຫຼະທີ່ເປັນອັນຕະລາຍ
ໝາກເຜັດຫວານ: ສີເຫຼືອງມີວິຕາມິນຊີສູງທີ່ສຸດ ຮອງລົງມາຄືສີແດງ ຊ່ວຍເພີ່ມພູມຄຸ້ມກັນໃຫ້ແກ່ຮ່າງກາຍ,ປ້ອງກັນຫວັດຊ່ວຍບັນເທົາອາການໄອແລະຍັງຊ່ວຍແກ້ອາຈຽນ
ບັອກໂຄບີ່ ເຊິ່ງມີວິຕາຊີເປັນສານຕ້ານອານຸມູນອິດສະຫຼະຈາກທຳມະຊາດທີ່ຈະຊ່ວຍເສີມສ້າງພູມຄຸ້ມກັນແລະປ້ອງກັນໄຂ້ຫວັດ
ຜັກເຊເລີຣີ່: ມີວິຕາມິນຊີເປັນຜັກປ້ອງກັນຫວັດ,ໂລກພູມແພ້ ,ໂລກເລືອດອອກຕາມເຟັນແຂ້ວ,ຊ່ວຍບໍາລຸງຜິວພັນໃຫ້ສົດໃສແລະຊ່ວຍໃຫ້ລະບົບພູມຄຸ້ມກັນໃຫ້ແຂງແຮງ
ຜັກກາດຂຽວ: ຊ່ວຍແກ້ໄອ,ແກ້ໄຂ້ ຮັກສາອາການເຈັບຄໍໄດ້ ເພາະມີວິຕາມິນຊີຈື່ງຊ່ວຍສ້າງພູມຄຸ້ມກັນໃຫ້ແຂງແຮງຂຶ້ນ
ຜັກກາດດອກ: ເປັນແຫຼ່ງວິຕາມິນຊີ ມີສານຕ້ານອານຸມູນອິດສະຫຼະຈາກທຳມະຊາດທີ່ຊ່ວຍເສີມສ້າງພູມຄຸ້ມກັນແລະປ້ອງກັນການຕິດເຊື້ອ.
ໝາກຂີ້ຫູດ: ເຊິ່ງຄົນບູຮານມັກນຳມາເປັນສະໝູນໄພຮັກສາໂລກຕ່າງໆ,ສາມາດຊ່ວຍບັນເທົາອາການໄອໄດ້.