ບໍ່ລອດແນ່ນອນ! ເຕືອນເຢຍລະມັນມີອາຍແກ໊ຊບໍ່ພໍໜ້າໜາວ ຫາກຣັດເຊຍຕັດການສະໜອງ

ບໍ່ລອດແນ່ນອນ! ເຕືອນເຢຍລະມັນມີອາຍແກ໊ຊພໍແຕ່ 2ເດືອນຊ່ວງໜ້າໜາວ ຫາກຣັດເຊຍຕັດການສະໜອງຢ່າງສິ້ນເຊີງ


ເຖິງແມ່ນວ່າຈະພະຍາຍາມສະສົມຄັງສຳຮອງຢ່າງວ່ອງໄວກວ່າປົກກະຕິ ແຕ່ເຢຍລະມັນຈະມີອາຍແກ໊ຊທຳມະຊາດພຽງພໍຄວບຄຸມການບໍລິໂພກພຽງແຕ່ 2ເດືອນເຄິ່ງໃນຊ່ວງລະດູໜາວນີເທົ່ານັ້ນ ຫາກຣັດເຊຍຕັດການສົ່ງມອບໂດຍສິ້ນເຊິງ

ຈາກຄຳເຕືອນຂອງ ເຄລາ ມຸເລ ໜ່ວຍງານຄວບຄຸມລະບຽບຂອງລັດຖະບານກາງ ດ້ານເຄືອຂ່າຍແກ໊ຊແລະພະລັງງານ
ເຢຍລະມັນວາງເປົ້າໝາຍກັກເກັບອາຍແກ໊ຊໃຫ້ໄດ້ 85% ຂອງຄວາມຈຸ ພາຍໃນຊ່ວງຕົ້ນເດືອນຕຸລາແລະໃຫ້ໄດ້ໃນລະດັບ 95%ໃນຊ່ວງຕົ້ນເດືອນພະຈິກ


ແນວໃດກໍຕາມ ມຸເລ ປະທານສຳນັກງານເຄືອຂ່າຍກາງ ກະຊວງເສດຖະກິດແລະພະລັງງານຂອງເຢຍລະມັນ ຍອມຮັບວ່າເຖິງຈະກັກເກັບນໍ້າໄດ້ 95%ຂອງຄວາມຈຸ ແຕ່ເສດຖະກິດຍັກໃຫຍ່ທີ່ສຸດຂອງຢູໂຣບແຫ່ງນີ້ຈະມີແກ໊ຊພຽງພໍແຕ່ 2ເດືອນເຄິ່ງ ສຳລັບໃຊ້ເຮັດຄວາມຮ້ອນກຳເນີດໄຟຟ້າແລະການສະໜອງອຸດສາຫະກຳ


“ ເຮົາເຮັດໄດ້ວ່ອງໄວກວ່າທີ່ເຄີນເຮັດເລັກໜ້ອຍ ໃນແງ່ການເຕີມເຕັມຄັງກັກເກັບ ແຕ່ມັນບໍ່ແມ່ນສັນຍານທີ່ເຮົາສາມາດເບົາໃຈໄດ້” ເຂົາກ່າວ
ຄຳເຕືອນນີ້ມີຂື້ນໃນຊ່ວງອາທິດທີ່ຜ່ານມາ ພົບວ່າຈົນເຖິງຊ່ວງກາງເດືອນສິງຫາ ເຢຍລະມັນບັນລຸເປົ້າມາຍກັກເກັບແກ໊ຊທຳມະຊາດໄດ້ເຖິງລະດັບ 75% ຂອງຄວາມຈຸ ໄວ້ກວ່າແຜນທີ່ວາງໄວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page