ຄຸນສົມບັດຂອງພັນລະຍາ ທີ່ຈະເຮັດໃຫ້ສາມີຮັກເຮົາຫຼາຍຂຶ້ນ
ການແຕ່ງງານນັ້ນບໍ່ແມ່ນຈຸດທີ່ມີຄວາມສຸກແຕ່ຢ່າງໃດ ຫາກແຕ່ເປັນບົດທົດສອບທີ່ຍິ່ງໃຫຍ່ຂອງຄົນສອງຄົນ ໃນຖານະທີ່ເຮົາເປັນພັນລະຍາເຮົາຈະເຮັດແບບໃດໃຫ້ຊີວິດຄູ່ນັ້ນໄປໄດ້ຕະຫຼອດຮອດຝັ່ງ? ມາຮຽນຮູ້ເລີຍຄຸນສົມບັດພັນລະຍາທີ່ດີຄວນເຮັດດັ່ງນີ້:
1.ມີຄວາມງາມຈາກພາຍໃນ: ພາຍນອກນັ້ນກໍສຳຄັນ ແຕ່ຫາກພາຍໃນບໍ່ງາມບໍ່ຜ່ອງໃສກໍເປັນພັນລະຍາທີ່ດີບໍ່ໄດ້ແນ່ນອນ ຫາກເຮົາເປັນຄົນຈິດໃຈດີ ນິໄສອ່ອນໂຍນ, ບໍ່ຫຍາບຄາຍ,ມີເຫດຜົນ ເກັ່ງໃນການສ້າງບັນຍາກາດເຮັດໃຫ້ຄົນອ້ອມຂ້າງຫົວໄດ້ນີ້ເປັນສັນຍານບອກວ່າເປັນພັນທະຍາທີ່ດີ
2.ຮັກສາມີຢ່າງສຸດໃຈ: ຄໍາວ່າຮັກນັ້ນກໍສຳຄັນກັບຄວາມສຳພັນຢູ່ດີ ເຖິງແມ່ນວ່າຄວາມຮັກຈະມີຈືດຈາງໄປໄດ້ ຫາກແຕ່ຄວາມຈິງແລ້ວ ຄວາມຮັກນັ້ນປ່ຽນຮູບແບບໄປຕາມການເວລາຫຼາກກວ່າ ເພາະດັ່ງນັ້ນຫາກຍັງຢູ່ກັບສາມີຮັກພຽງຄົນດຽວຍັງເບິ່ງແຍງເອົາໃຈໃສ່ເຮົາຄືທຸກມື້ພຽງເທົ່ານີ້ກໍຄືຄວາມຮັກ.
3.ໃຫ້ກຳລັງໃຈສາມີສະເໝີ: ຜູ້ຊາຍທັງຫຼາຍຈົງຟັງໄວ້ ຈົ່ງເລືອກແຕ່ງງານກັບຜູ້ຍິງທີ່ພ້ອມໃຫ້ກຳລັງໃຈເຮົາສະເໝີ ເພາະເບື້ອງຫຼັງຄວາມສຳເລັດຂອງຜູ້ຊາຍຫຼາຍໆຄົນນັ້ນລ້ວນແຕ່ມາຈາກພັນທະຍາ
4.ຮັກຄົນທີ່ສາມີຮັກ: ຄອບຄົວຂອງສາມີ, ໝູ່ເພື່ອນຂອງສາມີ ຫາກເຮົາໃຫ້ຄວາມສຳຄັນກັບສິ່ງທີ່ສາມີຮັກຈັບມືໄວ້ແໜ້ນໆ ເພາະຄົນແບບນີ້ແລະທີ່ຮັກເຮົາຢ່າງໝົດໃຈແລະພ້ອມທີ່ຈະເປັນແມ່ທີ່ດີຂອງລູກ
5.ອາດທັງໝູ່ທີ່ດີທີ່ສຸດຊຂອງສາມີ: ທຸກເລື່ອງບໍ່ວ່າຈະທຸກເທົ່າໃດ, ເລື່ອງມ່ວນເລັກໆໜ້ອຍໆ ປະຈຳວັນ ສາມີສາມາດເຫຼົ່າໃຫ້ຟັງໄດ້ຢ່າງສະບາຍໃຈ,ມີເວລາຮັບຟັງທຸກເລື່ອງ, ຮູ້ຄວາມລັບຂອງເຮົາແລະບໍ່ຈຳເປັນຕ້ອງມີເລື່ອງປິດບັງກັນ
6.ເຮັດໃຫ້ສາມີເປັນຄົນທີ່ດີຂຶ້ນ: ໃຜໆກໍສາມາດເຮັດເລື່ອງຜິດພາດໄດ້ ແລະບໍ່ວ່າຈະຜິດຳາດຈັກເທື່ອກໍຍັງຢູ່ຄຽງຂ້າງແລະຄອຍປະຄອງໃຫ້ເປັນຄົນທີ່ດີຂຶ້ນ
7.ສ້າງຄວາມຄາດຫວັງໃຫ້ສາມີບົນພື້ນຖານຂອງຄວາມຈິງ: ເຮົາບໍ່ຈິນຕະນາການ, ບໍ່ສ້າງຄວາມຝັນລົມໆ ແລ້ງໆໃຫ້ສາມີ ແບບທີ່ເຮັດບໍ່ໄດ້ໃນໂລກຂອງຄວາມເປັນຈິງ ເບິ່ງໂລກໃນແບບທີ່ເຮົາຄວນເປັນແລະບໍ່ຄາດຫວັງໃຫ້ເປັນເຈົ້າຊາຍເບິ່ງແຍງເຈົ້າຫຍິງ
8.ເປັນໝູ່ເພື່ອນທີ່ທ່ຽວຫຼິ້ນກັບສາມີໄດ້ທຸກເທື່ອ: ບໍ່ເຄີຍຕ້ອງຄິດເລີຍວ່າຊີວິດຕໍ່ຈາກນີ້ຈະຢູ່ກັບໃຜ ເພາະພັນລະຍາສາມາດເປັນຄຳຕອບໃຫ້ກັບສາມີໄດ້ ທ່ຽວຫຼິ້ນດ້ວຍກັນ,ໄປໃສໄປກັນທຸກເມື່ອ.
9.ເຊື່ອໃຈສາມີຫຼາຍ: ຄວາມເຊື່ອໃຈນັ້ນບໍ່ໄດ້ເກີດກັນງ່າຍໆ: ຄືດີດນິ້ວມື ຖ້າເຂົາເຊື່ອໃນຄຳເວົ້າຂອງເຮົາຫຼາຍກວ່າແລະຍິ່ງເຂົາໃຫ້ຄວາມເຊື່ອໃຈຫຼາຍເທົ່າໃດເຮົາເອງກໍຄວນຈະຊື່ສັດຕໍ່ເຂົາຫຼາຍເທົ່ານັ້ນ.