ຈີນສົ່ງທະຫານໄປຊ້ອມຮົບຮ່ວມຣັດເຊຍ ຢ້ຳບໍ່ກ່ຽວປົມໄຕ້ຫວັນ-ຢູເຄຼນ
ຈີນປະກາດກຽມສົ່ງທະຫານໄປຣັດເຊຍ ເພື່ອຮ່ວມການຝຶກຊ້ອມທາງທະຫານກັບຫຼາຍປະເທດໂດບຢໍ້າວ່າເປັນໄປຕາມຂ້ຳຕົກລົງບໍ່ກ່ຽວກັບສະຖານະການໃນປະຈຸບັນ
ເຊິ່ງຈາກການລາຍງານວ່າ ກະຊວງປ້ອງກັນຂອງຈີນເປີດເຜີຍວ່າ
ທະຫານຂອງປະເທດຈະເດີນທາງໄປຍັງຣັດເຊຍ ເພື່ອເຂົ້າຮ່ວມການຝຶກຊ້ອມທາງທະຫານຮ່ວມກັບເຈົ້າພາບ ລວມເຖິງເລບານອນ,ເບລາຣຸ, ມອງໂກເລຍ, ທາຈິກິດສະຖານ ແລະອື່ນໆ ໂດຍບໍ່ກ່ຽວຂ້ອງກັບສະຖານະການປະຈຸບັນທີ່ເກີດຂຶ້ນໃນພາກພື້ນຫຼືນານາປະເທດແຕ່ຢ່າງໃດ
ໃນເດືອນ ກໍລະກົດ ມອສໂກປະກາດຈະຈັດການຊ້ອມຮົບໃນພາກຕາເວັນອອກຫຼື ສອສຕອກ ໃນເດືອນສິງຫາ ຫາເດືອນກັນຍາ ເຊິ່ງລະບຸໃນຕອນນັ້ນວ່າ ຈະມີກອງກຳລັງຈາກຕ່າງປະເທດເຂົ້າຮ່ວມດ້ວຍ ແຕ່ບໍ່ລະບຸວ່າປະເທດໃດແດ່
ລ່າສຸດຕາມຖະແຫຼງການກະຊວງປ້ອງກັນຈີນ
ການເຂົ້າຮ່ວມຊ້ອມຮົບຄັ້ງນີ້ ເປັນສ່ວນໜື່ງຂອງຂໍ້ຕົກລົງຄວາມຮ່ວມມືປະຈຳປີແບບທະວີພາກກັບຣັດເຊຍ “ຈຸດປະສົງຄືການກະຊັບຄວາມຮ່ວມມືພັນທະມິດແລະປະຕິບັດກັບກອງທັບຂອງຊາດທີ່ເຂົ້າຮ່ວມໃຫ້ລຶກຊຶ້ງຍິ່ງຂຶນ ຍົກລະດັບການປະສານງານທາງຍຸດທະສາດໃຫ້ມີຊາດທີ່ເຂົ້າຮ່ວມແລະເສີມຄວາມເຂັ້ມແຂງຂອງຄວາມສາມາດໃນການຕອບສະໜອງຕໍ່້ໄພຄຸກຄາມຄວາມໝັ່ນຄົງຫຼາກຫຼາຍຮູບແບບ”