ຈີນເຮັດຝົນທຽມສູ້ໄພແຫ້ງແລ້ງ ຫຼັງປະເຊີນກັບຄື່ນຄວາມຮ້ອນຕໍ່ເນື່ອງ2ເດືອນ

ຈີນເຮັດຝົນທຽມສູ້ໄພແຫ້ງແລ້ງ ຫຼັງປະເຊີນກັບຄື່ນຄວາມຮ້ອນຕໍ່ເນື່ອງ2ເດືອນ


ເຈົ້າໜ້າທີ່ພະຍາຍາມເຮັດຝົນທຽມໃນພືນທີ່ພາກກາງແລະຕາເວັນຕົກສຽງໃຕ້ ເຊິ່ງກຳລັງປະເຊີນໜ້າກັບໄພແຫ້ງແລ້ງຢ່າງໜັກແລະຄື່ນຄວາມຮ້ອນຍາວນານ
ເຊິ່ງຈາກການລາຍງານວ່າ ສູນອາກາດແຫ່ງປະເທດຈີນ

ເປີດເຜີຍວ່າຫຼາຍພືນທີ່ໃນປະເທດປະເຊີນຄື່ນຄວາມຮ້ອນຕິດຕໍ່ກັບ 2ເດືອນແລ້ວ ນັບເປັນສະຖິຕິທີ່ຍາວນານທີ່ສຸດ ສົ່ງຜົນໃຫ້ລະດັບນໍ້າບາງຈຸດຂອງແມ່ນ້ຳແຍງຊີ ເຊິ່ງເປັນແມ່ນ້ຳທີ່ຍາວທີ່ສຸດໃນອາຊີຫຼຸດລົງສູ່ຈຸຸດຕໍ່າສຸດເປັນປະຫວັດສາດ ຫຼັງຈາກຝົນຕົກບໍ່ຮອດເຄິ່ງຂອງປົກກະຕິນອກຈາກນັ້ນ ເຂື່ອນຜະລິດໄຟຟ້າພະລັງງານນໍ້າໃນຫຼາຍພາກພື້ນມີກຳລັງຜະລິດຫຼຸດລົງກວ່າເຄິ່ງ ຂະນະທີ່ຄວາມຕ້ອງການໃຊ້ເຄື່້ອງປັບອາກາດກໍພຸ້ງສູງສ້າງແຮງກົດດັນຢ່າງໜັກແກ່ບໍລິສັດຜູ້ຜະລິດໄຟຟ້າ


ທາງການຂອງຫຼາຍແຂວງອ້ອມແມ່ນ້ຳແຍງຊີ ເລີ່ມຫັນມາໃຊ້ວິທີເຮັດຝົນທຽມເພື່ອຕໍ່ສູ້ກັບຝົນແລ້ງໂດຍໃນແຂວງຫູເປ່ຍແລະອື່ນໆ ໃຊ້ິວທີຍິງກະບອກເຫຼັກບັນຈຸສານເຄມີຂື້ນໄປເທິງຟ້າແຕ່ເນື່ອງຈາກປະລິມານຂີ້ເຝື້ອໜ້ອຍເຮັດໃຫ້ບາງພື້ນທີ່ຕ້ອງລະງັບປະຕິບັດການເອົາໄວ້ກ່ອນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page