ຮູ້ຫຼືຍັງ? ດື່ມນົມຖືກເວລາມີປະໂຫຍດຕໍ່ຮ່າງກາຍ.
ຫຼາຍຄົນອາດຈະຮູ້ແຕ່ວ່າການດື່ມນົມນັ້ນມີປະໂຫຍດຕໍ່ຮ່າງກາຍ ແຕ່ອາດຈະຍັງບໍ່ຮູ້ວ່າທີ່ແທ້ຈິງແລ້ວ ຫາກເລືອກດື່ມນົມຕາມເວລາທີ່ເໝາະສົມກໍຍິ່ງຈະຊ່ວຍໃຫ້ຮ່າງກາຍໄດ້ຮັບປະໂຫຍດຢ່າງມີປະສິດທິພາບໄດ້ ວ່າແຕ່ການເລືອກດື່ມນົມໃນແຕ່ລະຊ່ວງເວລານັ້ນດີຕໍ່ສຸຂະພາບແນວໃດເຮົາມີຄຳຕອບມາບອກ.
• ຊ່ວງເວລາ 05.00 – 07.00 ນາທີ ຊ່ວງເວລານີ້ຄວນເລືອກດື່ມນົມປ້ຽວທີ່ມີຈຸລິນຊີ ເພາະເປັນຊ່ວງທີ່ລຳໄສ້ໃຫຍ່ເລີ່ມເຮັດວຽກ ເພາະຈຸລິນຊີໃນນົມປ້ຽວຈະໄປຊ່ວຍກະຕຸ້ນລຳໄສ້ໃຫຍ່ເຮັດວຽກໄດ້ດີຍິ່ງຂຶ້ນ ສົ່ງຜົນໃຫ້ລະບົບຂັບຖ່າຍເຮັດວຽກຢ່າງເຕັມປະສິດທິພາບ
• ຊ່ວງເວລາ 07.00 – 09.00 ນາທີ ຊ່ວງເວລາອາຫານຕອນເຊົ້າ ການດື່ມນົມ pasteurized ຫຼື maltໃນຊ່ວງເວລານີ້ຈະຊ່ວຍກະຕຸ້ນການເຮັດວຽກຂອງກະເພາະອາຫານໃຫ້ດີຂຶ້ນ
• ຊ່ວງເວລາ 09.00 – 12.00 ນາທີ ການດື່ມນົມປະສົມໂຍເກິດ ຫຼື ກິນໂຍເກິດໄຂມັນຕໍ່າ ຈະສາມາດໄປຊ່ວຍກະຕຸ້ນການເຮັດວຽກຂອງສະໝອງໃຫ້ມີປະສິດທິພາບມີຄວາມຈຳທີ່ດີ
• ຊ່ວງເວລາ 12.00-15.00 ນາທີ ເປັນຊ່ວງເວລາເຮັດວຽກຂອງລະບົບຍ່ອຍອາຫານ ຂອງກະເພາະກັບລຳໄສ້ນ້ອຍ ຫາກດື່ມນົມປ້ຽວໃນຊ່ວງເວລານີ້ຈະໄປຊ່ວຍໃຫ້ລຳໄສ້ຍ່ອຍ ແລະ ດູດຊຶມອາຫານໄດ້ດີຍິ່ງຂຶ້ນ ແນະນຳດື່ມຫຼັງອາຫານ
• ຊ່ວງເວລາ 15.00 – 17.00 ນາທີ ຄວນເລືອກດື່ມນົມປ້ຽວອີກຄັ້ງເພາະເປັນຊ່ວງເວລາການເຮັດວຽກຂອງກະເພາະປັດສະວະ ແລະ ເພື່ອຊ່ວຍໃຫ້ລະບົບການເຮັດວຽກຂອງກະເພາະປັດສະວະຂັບຖ່າຍສິ່ງເສດເຫຼືອໄດ້ດີຍິ່ງຂຶ້ນ
• ຊ່ວງເວລາ 17.00 – 21.00 ນາທີ ເປັນຊ່ວງຮ່າງກາຍຕ້ອງການພັກຜ່ອນ ການດື່ມນົມທີ່ມີວິຕາມິນ C ແລະ E ແທນອາຫານຄໍ່າ ຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ ແລະ ຫົວໃຈໄດ້ດີ
• ຊ່ວງເວລາ21.00 – 23.00 ນາທີ ການດື່ມນົມອຸ່ນໆໃນເວລານີ້ຈະເໝາະສົມທີ່ສຸດ ແລະ ເປັນຊ່ວງເວລາທີ່ຮ່າງກາຍດູດຊຶມແຄວຊ່ຽມໄດ້ດີທີ່ສຸດອີກດ້ວຍ.