ສື່ມວນຊົນອາເມລິກາເປີດເອກະສານ ຊີ້ຢູເຄຼນຍອມຮັບຢູ່ເບື້ອງຫຼັງເຫດລະເບີດໃນໄຄເມຍ.

ສື່ມວນຊົນອາເມລິກາເປີດເອກະສານ ຊີ້ຢູເຄຼນຍອມຮັບຢູ່ເບື້ອງຫຼັງເຫດລະເບີດໃນໄຄເມຍ.


ເຈົ້າໜ້າທີ່ຢູເຄຼນຍອມຮັບຢູ່ເບື້ອງຫຼັງລະເບີດໄຄເມຍທັງ 3 ຄັ້ງ ທັງເຫດການລະເບີດເສ້ນທາງຂົນສົ່ງ-ຄັງອາວຸດ-ຖານທັບຂອງຝັງຣັດເຊຍ ໃນຊ່ວງ 2 ອາທິດທີ່ຜ່ານມາ
ວັນທີ່ 18 ສິງຫາ 2022 ຊີເອັນເອັນ ລາຍງານວ່າ ເຈົ້າໜ້າທີ່ລັດຖະບານຢູເຄຼນເປີດເຜີຍເອກະສານລາຍງານຂອງລັດຖະບານຢູເຄຼນທີ່ເຜີຍແຜ່ພາຍໃນແກ່ແຫຼ່ງຂ່າວຂອງຊີເອັນເອັນ ເນື້ອຫາລະບຸວ່າ ຢູເຄຼນຢູ່ເບື້ອງຫຼັງເຫດລະເບີດທັງ 3 ຄັ້ງເຊິ່ງເຍົ່າຂວັນຄ່າຍທະຫານຣັດເຊຍໃນໄຄເມຍ ລວມເຖິງການລະເບີດທີ່ຖານທັບອາກາດຣັດເຊຍເທິງຊາຍຝັ່ງຕາເວັນຕົກຂອງຄາບສະໝຸດໄຄເມຍ
ADVERTISEMENT
ສົ່ງຜົນໃຫ້ຍົນຫຼາຍລຳຖືກທຳລາຍ ໂດຍເຈົ້່າໜ້າທີ່ທາງການຢູເຄຼນລາຍນີ້ຍັງໄດ້ຂໍຮ້ອງໃຫ້ມີການປົກປິດເນື່ອງຈາກບໍ່ໄດ້ຮັບອານຸຍາດໃຫ້ເປີດເຜີຍຂໍ້ມູນກັບສື່ມວນຊົນ
ໃນລາຍງານລະບຸວ່າ ຖານທັບອາກາດຊາກີ (Saki) ເຊິ່ງຖືກລະເບີດໄປເມື່ອວັນອັງຄານທີ່ຜ່ານມາ (16 ສິງຫາ) ຖືເປັນການສູນເສຍຄັ້ງໃຫຍ່ສຳຫຼັບໂຄງສ້າງພື້ນຖານທາງທະຫານຂອງຣັດເຊຍໃນຄາບສະໝຸດແຫ່ງນີ້ ແລະ ການໂຈມຕີຄັ້ງຖັດໆມາຍັງເປັນຂໍ້ພິສູດໃຫ້ເຫັນເຖິງຄວາມສາມາດທາງທະຫານຢ່າງເປັນລະບົບຂອງຢູເຄຼນໃນການຕັ້ງເປົ້າໂຈມຕີທີ່ແຖມໄຄເມຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page