5ອັນດັບສູນການຄ້າທີ່ໃຫຍ່ທີ່ສຸດໃນໂລກ.

5ອັນດັບສູນການຄ້າທີ່ໃຫຍ່ທີ່ສຸດໃນໂລກ.


ອັນດັບທີ່ 5. West Edmonton Mall.


ຕ້ງຢູ່ໃນລັດ Alberta ປະເທດແຄນາດາ ສູນການຄ້າແຫ່ງນີ້ມີເນື້ອທີ່ຫຼາຍກວ່າ 350,000 ແມັດມົນທົນ ມີຮ້ານຄ້າບໍ່ຕໍ່າກວ່າ 800 ຮ້ານ ແລະ ບ່ອນຈອດລົດສຳຫຼັບລົດຫຼາຍກວ່າ 20,000 ຄັນ West Edmonton Mall ຈ້າງພະນັກງານກວ່າ23,000 ຄົນ ແລະ ມີຜູ້ມາຈັບຈ່າຍໃຊ້ສອຍຢູ່ສູນການຄ້າແຫ່ງນີ້ປະມານ 28.2 ລ້ານຄົນໃນແຕ່ລະປີ.


ອັນດັບທີ່ 4. Cevahir Shopping Centre.


ເປີດໃຫ້ບໍລິການເມື່ອວັນທີ່ 25 ຕຸລາ 2005 Cevahir Shopping Centre ເປັນສູນການຄ້າສິນຄ້າໂມເດິນ ແລະ ເປັນສູນກາງແຫ່ງຄວາມບັນເທີງຂອງເມືອງອິສຕັນ ບຣູ ປະເທດຕຸລາກີ ມີເນື້ອທີ່ກວ່າ 350,000 ແມັດມົນທົນ ເຊິ່ງເຮັດໃຫ້ Cevahir Shopping Centre ເປັນສູນການຄ້າທີ່ໃຫຍ່ທີ່ສຸດໃນທະວີບເອີຣົບ.


ອັນດັບທີ່ 3. SM City North EDSA.


SM City North EDSA ເປັນໜຶ່ງໃນສູນການຄ້າທີ່ໃຫຍ່ທີ່ສຸດໃນຟີລິບປິນ ມີເນື້ອທີ່ກວ່າ 330,000 ແມັດມົນທົນ ເຊິ່ງຢູ່ໃນການບໍລິຫານຂອງ Mr. Henry Sy ຄືກັບ MOA ເຊັ່ນກັນ.


ອັນດັບທີ່ 2. SM Megamall.


ຕັ້ງຢູ່ຍ່ານທຸລະກິດຂອງກຸງມະນິລາ ປະເທດຟີລິບປິນ ແລະ ຢູ່ໃນການບໍລິຫານຂອງ SM Prime Holdings ເຊັ່ນດຽວກັນກັບສູນການຄ້າອື່ນໆ ໃນກຸ່ມ ມີເນື້ອທີ່ຫຼາຍກວ່າ 331,679 ແມັດມົນທົນ ແລະ ເປັນທີ່ຕັ້ງຂອງລານສະກີແຫ່ງທຳອິດໃນປະເທດ.


ອັນດັບທີ່ 1. Berjaya Times Square Kuala Lumpur Shopping Mall.

ຕັ້ງຢູ່ກຸງກົວລາລຳ Berjaya Times Square KL ໄດ້ຖືກຈົດບັນທຶກໃຫ້ເປັນສູນການຄ້າທີ່ສ້າງແລ້ວໃນ 1 ເຟສໄດ້ໃຫຍ່ທີ່ສຸດອີກດ້ວຍ ດ້ວຍພື້ນທີ່ປະມານ 700,000 ແມັດມົນທົນ ປັດຈູບັນສູນການຄ້າແຫ່ງນີ້ມີພື້ນທີ່ພໍສຳຫຼັບ້ານຄ້າຫຼາຍກວ່າ 1,000 ຮ້ານ, ອາພາດເມັ້ນ 1,200 ຫ້ອງ, ຮ້ານອາຫານ 65 ຮ້ານ ລວມເຖິງ Cosmos world, ສວນສະໜຸກຂອງ Berjaya Times Square.

Leave a Reply

Your email address will not be published. Required fields are marked *

You cannot copy content of this page