ຢູເຄຼນຕັ້ງສູນເຝົ້າລະວັງໂຮງໄຟຟ້ານິວເຄຼຍຊາປໍຣິບເຊຍ.

ຢູເຄຼນຕັ້ງສູນເຝົ້າລະວັງໂຮງໄຟຟ້ານິວເຄຼຍຊາປໍຣິບເຊຍ.


ເມື່ອວັນພຸດ (17 ສິງຫາ) ສຳນັກຂ່າວຢູຄຣິນຟອມລັດຖະບານຢູເຄຼຮລາຍງານໂຕ້ອ້າງອີງຂໍ້ມູນຈາກເຮີມານ ກາລຸນເຊນໂກລັດຖະມົນຕີວ່າການກະຊວງພະລັງງານຂອງຢູເຄຼນວ່າ ຢູເຄຼນໄດ້ຈັດຕັ້ງສູນປ້ອງກັນວິກິດເພື່ອຮັບມືສະຖານະການສຸກເສີນທີ່ອາດເກີດຂຶ້ນ ກັບໂຮງງານໄຟຟ້ານິວເຄຼຍຊາປໍຣິບເຊຍ (Zaporizhzhia) ທາງຕອນໃຕ້ຂອງປະເທດ.


ກາລຸນເຊນໂກ ຖະແຫຼງຂ່າວວ່າສູນປ້ອງກັນວິກິດສ້າງຕໍ່ຍອດຈາກບໍລິສັດເອເນີໂກອະຕອມ (Energoatom) ເຊິ່ງເປັນຜູ້ດຳເນີນງານໂຮງໄຟຟ້ານິວເຄຼຍຂອງຢູເຄຼນ ຈະເຮັດວຽກຕະຫຼອດ 24 ຊົ່ວໂມງ ເພື່ອເຝົ້າຕິດຕາມສະຖານະການທີ່ໂຮງງານໄຟຟ້ານິວເຄຼຍຊາປໍຣິບເຊຍ ໂດຍສູນດັ່ງກ່າວຈະປະກອບດ້ວຍຄະນະຜູ້ແທນຈາກກະຊວງ ສຳນັກງານ ແລະ ສະຖາບັນຕ່າງໆ ໃນປະເທດ.


ສຳນັກຂ່າວຊິນຫົວລາຍງານວ່າ ເມື່ອອາທິດກ່ອນ ຢູເຄຼນ ແລະ ຣັດເຊຍຕ່າງກ່າວຫາວ່າອີກຝ່າຍໂຈມຕີໂຮງໄຟຟ້ານິວເຄຼຍຊາປໍຣິບເຊຍ ເຊິ່ງຖືເປັນໜຶ່ງໃນໂຮງໄຟຟ້າພະລັງງານປະລາມະນູຂະໜາດໃຫຍ່ທີ່ສຸດໃນເອີຣົບ ແລະ ຜະລິດໄຟຟ້າປະມານ 1 ໃນ 4 ຂອງປະລິມານໄຟຟ້າທັງໝົດ.


ຂະນະດຽວກັນເມື່ອວັນທີ່ 11 ສິງຫາ ຢູເຄຼນຮຽກຮ້ອງໃຫ້ຄະນະຜູ້ແທນລະຫວ່າງປະເທດພາຍໃຕ້ການນຳຂອງສຳນັກງານພະລັງງານປະລາມະນູສາກົນ (IAEA) ເຂົ້າປະເມີນໄພຄຸກຄາມຄວາມປອດໄພທາງນິວເຄຼຍທີ່ໂຮງໄຟຟ້ານິວເຄຼຍຊາປໍຣິບເຊຍອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page