ຕ່າ ເຈັດໄຫ ຖືກຮຽກໄປປັບທັດສະນະຄະຕິ.
ໃນວັນທີ 17 ສິງຫາ ທີ່ຜ່ານມາ ຫ້ອງການຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ສົ່ງໜັງສືເຊີນຮຽກ ” ທ. ຕ້າ ເຈັດໄຫ ” ປັບທັດສະນະຄະຕິ.
ຍ້ອນຜູ້ກ່ຽວ ໄດ້ມີການດັດແປງເນື້ອເພງ ” ສົມຮັກ ສົມຣົດ ” ລົງໃນຕິກຕ໊ອກ ທີ່ມີເນື້ອໃນຂັດກັບຮີດຄອງປະເພນີ ແລະ ລິຂະສິດເພງ.
ປັດຈຸບັນ, ເນື້ອເພງດັ່ງກ່າວ ອາດຈະຖືກລົບແລ້ວ.


