5ສັນຍານເຕືອນເມື່ອຮ່າງກາຍຂາດສານອາຫານ.

5ສັນຍານເຕືອນເມື່ອຮ່າງກາຍຂາດສານອາຫານ.


ດ້ວຍພາວະທີ່ຮີຍຮ້ອນອາດຈະເຮັດໃຫ້ຫຼາຍຄົນມີພຶດຕິກຳທີ່ປ່ຽນແປງໄປ ບໍ່ວ່າຈະເປັນເລື່ອງການອອກກຳລັງກາຍ ການພັກຜ່ອນ ຫຼື ແມ່ນແຕ່ການຮັບປະທານອາຫານ ເມື່ອເປັນແບບນີ້ໄປໄລຍະຍາວອາດຈະສົ່ງຜົນເສຍຕໍ່ສຸຂະພາບໄດ້ ມື້ນີ້ເຮົາຈຶ່ງແນະນຳໃຫ້ໝັ່ນສັງເກດຮ່າງກາຍຕົວເອງ ວ່າກຳລັງເຂົ້າສູ່ພາວະໄດ້ຮັບສານອາຫານຄົບຖ້ວນ ຫຼືບໍ່ ດ້ວຍອາການເຫຼົ່ານີ້.


• ຜົມຫຼົ່ນ ເປັນຍ້ອນວ່າ ຮ່າງກາຍກຳລັງຂາດສານອາຫານປະເພດໄບໂອຕິນ ໂປຣຕິນ ຫຼື ວິຕາມິນ ເຊິ່ງເປັນສານອາຫານທີ່ຊ່ວຍເສີມສ້າງ ແລະ ສ້ອມແຊມເຊວຕ່າງໆ ໃນຮ່າງກາຍໄປຈົນເຖິງເສັ້ນຜົມ
• ຮ່າງກາຍອ່ອນເພຍ ເກີດຈາກການກິນອາຫານທີ່ມີສານອາຫານບໍ່ພຽງພໍ ໂດຍສະເພາະໂປຣຕິນ ເມື່ອຮ່າງກາຍໄດ້ຮັບໂປຣຕິນທີ່ນ້ອຍເກີນໄປ ເຮັດໃຫ້ກ້າມເນື້ອຖົດຖອຍ, ບໍ່ແຂງແຮງ ຫຼື ອາດຈະເກີດໄດ້ຈາກຫຼາຍສາເຫດ ເຊັ່ນ: ພັກຜ່ອນບໍ່ພຽງພໍ, ຄວາມກົດດັນ, ໄດ້ເຊັ່ນກັນ
• ສະມາທິສັ້ນ ເປັນຍ້ອນວ່າ ຂາດສານອາຫານຫຼາຍຊະນິດທີ່ມີປະໂຫຍດຕໍ່ການເຮັດວຽກຂອງສະໝອງ ເຊັ່ນ: ກາບາ, ໂອເທກ່າ 3, ໂພຣໄບໂອຕິກ, ວິຕາມິນບີ ເມື່ອຮ່າງກາຍໄດ້ຮັບສານອາຫານເຫຼົ່ານີ້ບໍ່ຄົບຖ້ວນ ຈຶ່ງສົ່ງຜົນໃຫ້ບໍ່ມີສະມາທິ ແລະ ວອກແວກໄດ້ງ່າຍ
• ຮ່າງກາຍຊີດຜອມ ເກີດຈາກຮ່າງກາຍຂາດທາດເຫຼັກ ເຮັດໃຫ້ເມັດເລືອດແດງມີຂະໜາດນ້ອຍລົງ ຫຼື ມີປະລິມານຂອງຮີໂມໂກບິນລົດລົງ ຄວນກິນຕັບໝູ, ຜັກຂຽວ, ໄຂ່, ທັນຍາພືດ ເພື່ອເພີ່ມປະລິມານທາດເຫຼັກໃນຮ່າງກາຍ
• ທ້ອງຜູກ ອາການຖ່າຍບໍ່ອອກ ຫຼື ຖ່າຍນ້ອຍລົງກວ່າປັກກະຕິ ເປັນສັນຍານເຕືອນວ່າເຈົ້າກຳລັງຂາດການຮັບປະທານອາຫານທີ່ມີກາກໃຍບໍ່ພຽງພໍ ແລະ ດື່ມນໍ້າໃນປະລິມານທີ່ໜ້ອຍເກີນຄວາມຕ້ອງການຂອງຮ່າງກາຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page