ຫົວໜ້າຂ່າວກອງອັງກິດເຜີຍວ່າ ທ່ານ ປູຕິນ ພ່າຍແພ້ສົງຄາມຂ່າວສານໃນຢູເຄຼນ.

ຫົວໜ້າຂ່າວກອງອັງກິດເຜີຍວ່າ ທ່ານ ປູຕິນ ພ່າຍແພ້ສົງຄາມຂ່າວສານໃນຢູເຄຼນ.


ທ່ານ Jeremy Fleming ຫົວໜ້າສຳນັກຂ່າວກອງ (GCHQ) ຂອງອັງກິດເປີດເຜີຍໃນມື້ນີ້ວ່າ ຣັດເຊຍບໍ່ສາມາດສ້າງຄວາມໄດ້ປຽບໃນດ້ານໄຊເບີຕໍ່ຢູເຄຼນໄດ້ ຫຼັງເປີດສາກຮຸກຮານຢູເຄຼນເປັນເວລາເກືອບ 6 ເດືອນແລ້ວ.


ທ່ານ Fleming ຂຽນບົດຄວາມລົງໃນໜັງສືພິມ ອິໂຄໂນມິສວ່າ “ຢູເຄຼນ ແລະ ຣັດເຊຍຕ່າງກໍໃຊ້ຄວາມສາມາດດ້ານໄຊເບີໃນການເຮັດສົງຄາມໃນຢູເຄຼນ ແຕ່ນັບຈົນເຖິງຂະນະນີ້.

ປະທານາທິບໍດີ ວາລາດິເມຍ ປູຕິນ ຜູ້ນຳຣັດເຊຍກັບພ່າຍແພ້ໃນສົງຄາມຂ່າວສານໃນຢູເຄຼນ ແລະ ຕາເວັນຕົກຢ່າງໜັກ ແມ່ນວ່ານັ້ນຈະເປັນເລື່ອງທີ່ຄວນສະຫຼອງ ແຕ່ເຮົາບໍ່ຄວນປະເມີນ ການປ່ອຍຂ່າວປອມຂອງຣັດເຊຍທີ່ເກີດຂຶ້ນທີ່ອື່ນທົ່ວໂລກຕໍ່ໄປ”


ທ່ານ Fleming ກ່າວວ່າ ຣັດເຊຍໃຊ້ມັນແວຣວິສເປີເກດ (WhisperGate) ເພື່ອທຳລາຍ ແລະ ເຮັດໃຫ້ລະບົບລັດຖະບານຂອງຢູເຄຼນເສຍຫາຍ.


ທ່ານ Fleming ຍັງກ່າວອີກດ້ວຍວ່າ ຣັດເຊຍໃຊ້ວິທີແບບດຽວກັນນີ້ມາກ່ອນກັບຊີເຣຍ ແລະ ບາຄານ ພ້ອມລະບຸວ່າ ການປ່ອຍຂ່າວປອມເປັນສ່ວນສຳຄັນໃນກົນລະຍຸດຂອງຣັດເຊຍ ແນວໃດກໍຕາມ GCHQ ສາມາດສະກັດກັ້ນ ແລະ ໃຫ້ການແຈ້ງເຕືອນໄດ້ ທັນເວລາ ແລະ ກອງກຳລັງໄຊບເບີແຫ່ງຊາດຂອງອັງກິດຈະຕອບໂຕ້ຣັດເຊຍດ້ວຍກອງກຳລັງທະຫານອັງກິດທີ່ໃຊ້ເຄື່ອງມືໄຊເບີແບບແຂັງກ້າວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page