3ສິ່່ງບົ່ງບອກ ນິໄສຄົນໃຈແຄບ ມັກຄິດວ່າຕົນເອງຖືກສະເໝີ.

3ສິ່່ງບົ່ງບອກ ນິໄສຄົນໃຈແຄບ ມັກຄິດວ່າຕົນເອງຖືກສະເໝີ.


ເລື່ອງທີ່1: ໃນງານລ້ຽງແຫ່ງໜຶ່ງ ທ້າວ ມາກ ນັ່ງຢູ່ບ່ອນກົງກັນຂ້າມຂອງຜູ້ຍິງຄົນໜຶ່ງ ລາວໄດ້ເວົ້າອອກໄປຕາມມາລະຍາດວ່າ: ມື້ນີ້ເຈົ້າງາມຫຼາຍ
ແຕ່ຜູ້ຍິງຄົນນັ້ນບໍ່ກ່າວຄຳຂອບໃຈແຕ່ໄດ້ຕອບກັບໄປແບບຫຍິ່ງໆວ່າ: ເສຍໃຈນຳເດີ ຂ້ອຍບໍ່ອາດຈະຍ້ອງວ່າເຈົ້າຫຼໍ່ ຄືກັບທີ່ເຈົ້າຍ້ອງວ່າຂ້ອຍງາມໄດ້ເດີ.
ທ້າວ ມາກ ຈຶ່ງໄດ້ເວົ້າອອກໄປແບບສຸພາບວ່າ: ບໍ່ເປັນຫຍັງ ແຕ່ເຈົ້າຄວນຝືນໃຈ ຝຶກເວົ້າຄຳຂີ້ຕວົະແດ່ກໍ່ດີເດີ.
ສິ່ງນີ້ບອກເຮົາວ່າ ເມື່ອເຈົ້າໂຍນຂີ້ຫີນໄປທາງໜ້າ ຄົນທີ່ຈະສະດຸດມັນລົ້ມຄືຕົວເຈົ້າເອງ


ເລື່ອງທີ່2:
ທ້າວ ໄນ ກຳລັງຂັບລົດຊົມວິວທິວທັດຕາວເນີນພູ ວົນໄປມາ ໃນຂະນະທີ່ເຂົາກຳລັງຊົມທິວທັດທຳມະຊາດຢູ່ນັ້ນ ລົດກະບະຄັນໜຶ່ງຜ່ານມາແລະໄດ້ເອົາແວ່ນລົດລົງຮ້ອງໃສ່ວ່າ: ຄວາຍ
ທ້າວ ໄນ ໃຈຮ້າຍຫຼາຍ ຈຶ່ງປິ່ນໄປແລະຮ້ອງໃສ່ຄືນຢ່າງແຮງໆວ່າ: ຄວາຍພ່ອງມຶງຕິ (ເປັນຄຳທີ່ໄວລຸ່ນມັກໃຊ້) ພໍຮ້ອງໃສ່ແລ້ວປຸບ ລົດລາວກໍ່ຕຳກັບຝູງຄວາຍຝູງໜຶ່ງທີ່ຍ່າງຂວາງຢູ່ຕາມຫົນທາງ.
ສິ່ງນີ້ສອນເຮົາວ່າ: ຢ່າໄດ້ເຂົ້າໃຈເຈດຕະນາຂອງຜູ້ອື່ນຜິດ ເພາະມັນຈະເຮັດໃຫ້ເຮົາເອງເສຍຫາຍ ແລະ ເຮັດໃຫ້ຜູ້ອື່ນເສຍໜ້າ.


ເລື່ອງທີ່3: ເທິງລົດເມເທດສະບານສາຍໜຶ່ງ ມີແມ່ປ້າຫິ້ວກະຕ່າຜັກແລະອາຫານທີ່ໄປຈ່າຍຕະຫຼາດມາ ມີໜຸ່ມຄົນໜຶ່ງເຫັນປ້າຈຶ່ງຮີບລຸກຂຶ້ນເພື່ອໃຫ້ແມ່ປ້ານັ່ງແທນບ່ອນລາວ ແມ່ປ້າກໍ່ຍິ້ມແລ້ວຖາມວ່າ: ຫຼານໄດ້ຈັກປີແລ້ວ ຊາຍໜຸ່ມຕອບວ່າ: 28ປີແລ້ວແມ່ປ້າ.
ແມ່ປ້າຕອບອີກວ່າ: 28ປີແລ້ວ ຍັງຕ້ອງມາຢືນບຽດຄົນເທິງລົດເມອີກຫວາ ລູກສາວປ້າອາຍຸພຽງ 22ປີ ກໍ່ຊື້ລົດເອງໄດ້ແລ້ວ, ລູກສາວປ້າເກັ່ງຫຼາຍ 22ປີກໍ່ສາມາດຊື້ລົດຂັບໄດ້ແລ້ວ.
ຟັງແລ້ວ ແມ່ປ້າທ່ານນີ້ ແທນທີ່ຈະຂອບໃຈລາວທີ່ລຸກໃຫ້ນັ່ງ ແຕ່ກັບມາເວົ້າໃສ່ສຽດສີວ່າ: ອາຍຸ 28/ແລ້ວຍັງໄຮ້ຄວາມສາມາດຊື້ລົດມາຂັບເອງໄດ້.
ແຕ່ຊາຍໜຸ່ມຄົນນີ້ກໍ່ຍິ້ມແລະຕອບໄປດ້ວຍນ້ຳສຽງສຸພາບວ່າ: ຫຼານກໍ່ຫາເງິນຊື້ໄດ້ຄັນໜຶ່ງແລ້ວແຕ່ກໍ່ເອົາໄປໃຫ້ແມ່ໃຊ້ ເພາະຫຼານບໍ່ຢາກໃຫ້ແມ່ຕ້ອງລຳບາກຂຶ້ນລົດເມບຽດກັບຄົນເທິງລົດເພື່ອໄປຕະຫຼາດ ເພາະລາວກໍ່ອາຍຸຫຼາຍແລ້ວ.
ຄົນທີ່ເສຍໜ້າກັບກາຍເປັນແມ່ປ້າເອງ ຈາກການຕອບກັບອັນສຸດຍອດໄຫວພິບຂອງລາວ.
ເລື່ອງນີ້ສອນເຮົາວ່າ ການມີລູກເກັ່ງນັ້ນໜ້າພູມໃຈຢູ່ດອກ ແຕ່ການມີລູກຫຼານດີແລະກະຕັນຍູນັ້ນມັນເປັນຕາອິດສາກ່ອນຫຼາຍ

Leave a Reply

Your email address will not be published. Required fields are marked *

You cannot copy content of this page