ວິທີຄິດແບບຄົນລວຍ..ເລີ່ມເກັບເງິນຈາກສູນໄປສູ່ເງິນລ້ານ.
4 ເຄັດລັບ ວິທີຄິດຂອງຄົນລວຍ ເປັນຫຍັງຄົນລວຍຈຶ່ງໄດ້ລວຍຂຶ້ນຈາກການເງິນຈາກສູນໄປສູ່ເງິນລ້ານ.
ເມື່ອເຮົາມີເປົ້າໝາຍໃນຊີວິດແລ້ວ ເຮົາກໍຄວນເຮັດມັນໃຫ້ດີທີ່ສຸດ ພຽງແຕ່ມີຄວາມມຸ່ງໝັ້ນທຸ່ມເທຢ່າງຖືກວິທີ ກໍຈະປະສົບຄວາມສຳເລັດໄດ້ຢ່າງທີ່ຝັນແນ່ນອນ ເຊິ່ງເຮົາໄດ້ສະເໜີວິທີ “ລວຍ” ສ້າງເງິນງ່າຍໆ ທີ່ໃຜໆກໍເຮັດໄດ້ ເທັກນິກດີໆ ທີ່ຈະເຮັດໃຫ້ທຸລະກິດທັງນ້ອຍ ແລະ ໃຫຍ່ປະສົບຄວາມສຳເລັດ ເຮັດໃຫ້ງອກເງີຍ ໂດຍມີຂັ້ນຕອນດັ່ງນີ້.
1 ແນະນຳວິທີໃຊ້ຊີວິດເພື່ອຮັກສາຄວາມລວຍໃຫ້ຢູ່ກັບເຮົາດົນນານ.
ຊ່ວຍກັນຫາ ທັງໝົດຄອບຄົວ ຫາກເປັນຄົນໂສດ ເຮົາຈະຫາຈະຈ່າຍຫຍັງກໍສາມາດເຮັດໄດ້ຢ່າງອິດສະຫຼະ ບໍ່ຕ້ອງມີໃຜມາຊ່ວຍຕັດສິນໃຈ ແຕ່ຖ້າເຮົາແຕ່ງງານ ແລະ ມີຄອບຄົວການຄິດເຖິງຄອບຄົວເປັນເລື່ອງທີ່ລ່ຽງບໍ່ໄດ້ ອຸປະນິໄສຂອງຄູ່ຊີວິດຈຶ່ງຊີ້ເປັນຊີ້ຕາຍ ເຖິງອະນາຄົດ ຄວາມລໍ່າລວຍຂອງຄອບຄວໄດ້ເລີຍ ຖ້າຫາກເຈົ້າເລືອກຄູ່ຊີວິດທີ່ມີນິໄສໃໍ້ເງິນຟຸ່ມເຟືອຍ ບໍ່ວ່າຈະດຸໝັ່ນປານໃດ ກໍຄືກັບຂັນຕັກນໍ້າກົ້ນຮົ່ວແຕ່ຖ້າເຈົ້າເລືອກຄູ່ຊີວິດທີ່ຮູ້ຈັກອອມເງິນ ຊ່ວຍກັນເກັບເງິນທອງ ທີ່ຫານຳກັນມາໄດ້ໂອກາດທີ່ຈະລໍ່າລວຍກໍມີ
2 ຄິດໃຫ້ຖືກຕ້ອງກ່ອນແລ່ນຫາເງິນ.
ມີສໍ່າໃດ ຈຶ່ງຮ້ອງວ່າລວຍ ຖ້າເວົ້າເຖິງຄຳວ່າເງິນ ໃຜໆກໍຢາກມີຢາກໄດ້ແຕ່ມີເງິນເທົ່າໃດເຖິງຈະຮ້ອງວ່າລວຍ ເມື່ອຈຳນວນເງິນບໍ່ໄດ້ຕອບໂຈດວ່າເທົ່າໃດຈຶ່ງຈະລວຍຄຳວ່າ ລວຍນ່າຈະຂຶ້ນຢູ່ກັບເລື່ອງອື່ນດ້ວຍ ເຮົາຕ້ອງມາເບິ່ງວ່າເຮົາມີຄວາມຈຳເປັນຈະຕ້ອງໃຊ້ເທົ່າໃດແຕ່ຖ້າເຮົາມີຊັບສິນ ທັງເງິນທອງ ທີ່ດິນ ລາຍໄດ້ຈາກການໃຫ້ເຊົ່າເງິນປັນຜົນຈາກບໍລິສັດ ຫຼື ລາຍໄດ້ອື່ນໆ ທີ່ເຮັດໃຫ້ເຮົາຢູ່ໄດ້ໂດຍບໍ່ຕ້ອງເຮັດວຽກກໍນ່າຈະເຂົ້າຂ່າຍຄົນທີ່ເອີ້ນວ່າ “ລວຍ” ໄດ້ແລ້ວ ການຕັ້ງເປົ້າໝາຍເພື່ອຈະລວຍ ກໍຂຶ້ນຢູ່ກັບການໃຊ້ຈ່າຍຂອງຕົວເຮົາຖ້າໃຊ້ຫຼາຍກໍລວຍຍາກໜ້ອຍໜຶ່ງ ແຕ່ຖ້າໃຊ້ໜ້ອຍ ທ້ອນຫຼາຍກໍລວໄວ ບາງຄົນຮ້ອງຄວາມລໍ່າລວຍວ່າອິດສະຫຼະພາບທາງການເງິນ ຄື ບໍ່ຕ້ອງເຮັດວຽກກໍສາມາດໃຊ້ຊີວິດຢູ່ໄດ້ໃຊ້ໄປຈົນຕາຍກໍບໍ່ໝົດນັ້ນເອງ
3 ຫາເງິນໄດ້ແລ້ວຕ້ອງທ້ອນເງິນໄວ້.
ຈົງປະຫຍັດ ( ແຕ່ຢ່າຂີ້ຖີ່) ການປະຫຍັດຕ່າງຈາກການຂີ້ຖີ່ຢູ່ປະການໜຶ່ງກໍຄື ຄົນທີ່ປະຫັຍດຈະຮູ້ຈັກຈ່າຍສິ່ງທີ່ຄວນຈ່າຍ ສ່ວນຄົນທີ່ຂີ້ຖີ່ນັ້ນ ຈະບໍ່ຍອມຈ່າຍຫຍັງເລີຍ ເຖິງແມ່ນຈະຈຳເປັນປານໃດ ແນວໃດກໍບໍ່ຍອມຈ່າຍ ການມີເງິນແຕ່ບໍ່ສາມາດໃຊ້ຈ່າຍໄດ້ຢ່າງເໝາະສົມນ່າເປັນທຸກ ກວ່າການທີ່ມີເງິນໜ້ອຍເສຍອີກ ຄົນທີ່ຕ້ອງການຈະລວຍນັ້ນຈຶ່ງບໍ່ຄວນລົດຄ່າໃຊ້ຈ່າຍຈົນເຖິງຂັ້ນຂີ້ຖີ່ ຄື ຖ້າມີສິ່ງຈຳເປັນທີ່ຕ້ອງໃຊ້ ກໍຕ້ອງໃຊ້ຢ່າເກັບເງີນຢ່າງດຽວ ຂີ້ຖີ່ຈົນບໍ່ຍອມເອົາເງິນທີ່ມີໄປຮັກສາຕົນເອງໃຫ້ຫາຍເຈັບປ່ວຍ ກໍອາດຈະບໍ່ມີໂອກາດໄດ້ໃຊ້ສິ່ງທີ່ສຳຄັນ ທີ່ສຸດຂອງຄົນເຮົານັ້ນ ບໍ່ແມ່ນເງິນຢ່າງແນ່ນອນສຸຂະພາບຂອງເຮົາຕ້ອງມາກ່ອນ ຖ້າມີເງິນແລ້ວ ສຸຂະພາບບໍ່ດີ ເງິນທີ່ມີກໍຄງຈະຊ່ວຍຫຍັງບໍ່ໄດ້
4 ມີເງິນເກັບແລ້ວຕ້ອງເອົາໄປລົງທຶນ ເພື່ອກ້າວສູ່ຄວາມລວຍ.
ໃນໜັງສືໄດ້ມີການແນະນຳເລື່ອງຂອງການລົງທຶນໃນຫຸ້ນ ເປັນ 7 ວິທີຊື້ ຫຸ້ນສຳຫຼັບຄົນທີ່ບໍ່ແມ່ນຊຽນຫຸ້ນ ເຖິງແມ່ນວ່າເຮົາບໍ່ແມ່ນຊຽນຫຸ້ນ ເຮົາກໍສາມາດຈະສ້າງກຳໄລຈາກການຫຼິ້ນຫຸ້ນໄດ້ ໂດຍເລືອກຊື້ ດ້ວຍວິທີທີ່ປອດໄພທີ່ສຸດ
-ເລືອກຫຸ້ນທີ່ມີປັນຜົນ ມາເປັນປະຈຳ
-ເລືອກຊື້ຫຸ້ນໃນປີທີ່ຫຸ້ນຕົກສຸດໆ
-ເລືອກຫຸ້ນສະເພາະຜູ້ບໍລິຫານມີຄຸນນະທຳ ຈັນຍາບັນ
-ເລືອກຊື້ຫຸ້ນຈາກຄວາມໝັ້ນໃຈໃນກິດຈະການ
-ໃຊ້ເງິນນອນຊື້ຫຸ້ນ
-ຢ່າຊື້ຫຸ້ນຕາມສຽງເຊຍ
-ຄິດວ່ານີ້ຄືການຊື້ບໍລິສັດ ແລະ ຄວນຖືຍາວໄດ້.