ມາເບິ່ງ 4 ວິທີຊ່ວຍໃຫ້ເຮົາ ເລີ່ມຕົ້ນເຮັດຕາມຄວາມຝັນໄດ້ແລ້ວ

ມາເບິ່ງ 4 ວິທີຊ່ວຍໃຫ້ເຮົາ ເລີ່ມຕົ້ນເຮັດຕາມຄວາມຝັນໄດ້ແລ້ວ


ຄົນເຮົາບໍ່ໄດ້ຢ້ານການເລີ່ມເຮັດຕາມຄວາມຝັນ ພວກເຂົາຢ້ານການປ່ຍນແປງຕ່າງຫາກ ແລະ ນີເປັນວິທີການເລີ່ມຕົ້ນແລະເຮັດຕາມຄວາມຝັນອັນສູງສຸດຂອງເຮົາຢ່າງກ້າຫານ ເຮົາລໍຖ້າໃຫ້ຊ້າເຮັດຫຍັງ?

ເພາະເຮົາຢ້ານ ບ້າຄວາມສົມບູນແບບ ຍັງບໍ່ແນ່ໃຈໃນຕົນເອງຫຼືວ່າຍັງບໍ່ມີທັກສະບໍ່ຫຼາຍພໍແມ່ນແທ້ບໍ? ປັນຫາທີ່ແທ້ຈິງອາດຢູ່ທີ່ວ່າເຮົາບໍ່ມັກການປ່ຽນແປງ ຫຼືຍັງຍືດຕິດກັບຈັງຫວະຊີວິດເກົ່າໆກໍເປັນໄດ້ ຫຼາຍຄັ້ງສິ່ງທີ່ເຮັດໃຫ້ເຮົາບໍ່ສາມາດເລີ່ມຄວາມຝັນຕົນເອງໄດ້

ກໍຄືການຂາດແຮງບັນດານໃຈແລະນິໄສ ດັ່ງນັ້ນເຮົາຈື່ງຕ້ອງເລີ່ມຕົ້ນດ້ວຍການຍອມຮັບຢ່າງຈິງຈັງວ່າສິ່ງໃດເປັນອຸປະສັກລະຫວ່າງເຮົາແລະຄວາມຝັນນັ້ນ ມັນກໍບໍ່ມີມື້ເປັນຈິງໄດ້ຈັກເທື່ອ.
2.ຈົ່ງມຸ່ງໝັ່ນຕັ້ງໃຈ: ຫຼາຍໆຄົນມີຄວາມຝັນແຕ່ໄປບໍ່ເຖິງ ເຊິ່ງສ່ວນຫຼາຍເປັນເພາະພວກເຂົາບໍ່ມີຄວາມມຸ່ງໝັ່ນພໍທີ່ຈະເຮັດໃຫ້ຄວາມຝັນນັ້ນສຳເລັດ ຖ້າເຮົາມີຄວາມຝັນ ເຮົາຕ້ອງມີໃຈທີ່ຈົດຈໍ່ກັບມັນຫຼາຍ

ຈົນຝັນນັ້ນກາຍເປັນຈິງໄດ້ ຈົ່ງທ້າທາຍຕົນເອງດ້ວຍການຫຼີກລ່ຽງສິ່ງທີ່ເຮັດໃຫ້ເຮົາຫວັ່ນໄຫວ ແລ້ວຫັນມານຶກເຖິງວິທີ່ເຮັດຕາມຄວາມຝັນໃຫ້ລຶກຊື້ງແລະຫຼາຍເທື່ອຍິ່ງຂື້ນດີກວ່າ ຢ່າເສຍເວລາຢູ່ກັບສິ່ງທີ່ບໍ່ໄດ້ກ່ຽວຂ້ອງກັບຄວາມຝັນຂອງເຮົາເລີຍ ເພາະເວລາເປັນສິ່ງທີ່ມີຄ່າຢ່າງຍິ່ງ.


3.ວາງແຜນສິ່ງທີ່ຕ້ອງຮຽນຮູ້ແລະຝຶກຝົນ: ຄຳຖາມທີ່ສຳຄັນທີ່ສຸດຄື ເຮົາຕ້ອງຮຽນຮູ້ບາງຢ່າງເພື່ອທີ່ຈະກ້າວໄປສູ່ເປົ້າມາຍໄດ້ຢ່າງໝັ່ນໃຈແລະມີປະສິດທິພາບ ກໍຈົ່ງກຳນົດຫົວຂໍ້ເລື່ອງທັກສະຕ່າງໆ ທີ່ເຮົາຕ້ອງການພັດທະນາຕົນເອງ ຈາກນັ້ນກໍເລີ່ມວາງແຜນເສັ້ນທາງ ກຳນົດເວລາສຳລັບແຕ່ລະສິ່ງທີ່ຕ້ອງຮຽນຮູ້ ຫາກເຮົາບໍ່ໄດ້ກຳນົດເວລາຫຼືເສັ້ນຕາຍໃຫ້ແນ່ນອນວ່າຕ້ອງຝຶກຝົນທັກສະຕ່າງທ ໃຫ້ສຳເລັດຕອນໃດ ເຮົາກໍຈະຂາດຄວາມສາມາດແລະແຮງຜັກດັນພໍທີ່ຈະກ້າວໄປສູ່ເປົ້າມາຍທີ່ຕັ້ງໄວ້ແລະຈື່ໄວ້ວ່າການຮຽນຮູ້ເປັນຮາກຖານຂອງຄວາມກ້າວນ້າແລະການພັດທະນາຕົນເອງໃນທຸກດ້ານ


4.ເລີ່ມຕົ້ນດ້ວຍການເຮັດສິ່ງເລັກໆນ້ອຍທຸກມື້: ເຮົາຕ້ອງເລີ່ມຕົ້ນຄວາມຝັນອັນຫຍິ່ງໃຫຍ່ດ້ວຍການເຮັດທຸກມື້ໃຫ້ກ້າວໄປໃກ້ຝັນນັ້ນຂື້ນເລື້ອຍໆ ບໍ່ມີທາງລັດອື່ນນອກຈາກການລົງມືເຮັດ ຍິ່ງເຮັດຫຼາຍ ກໍຍິ່ງສຳເລັດຫຼາຍ ບໍວ່າໃຜກໍສາມາດເລີ່ມຕົ້ນເຮັດຫຍັງກໍໄດ້ໃນທຸກໆມື້ ເພື່ອໃຫ້ຊີວິດກ້າວໄປທາງໜ້າ ເພາະດັ່ງນັ້ນຈົ່ງຕັ້ງເປົ້າສິ່ງທີ່ຄວນເຮັດໃນແຕ່ລະມືສະເໝີ ຢ່າເບິ່ງຂ້າມການກະທຳເລັກໆນ້ອຍໆ ເພາະໄຊຊະນະເລັກໆນ້ອຍໆນີ້ແລະທີ່ຈະກະຕຸ້ນໃຫ້ເຮົາມີຄວາມໝັ້ນໃຈໃນການເຮັດສິ່ງທີ່ຍາກຂືນໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page