6 ເຄັດລັບຄູ່ຮັກ ທີ່ຈະເຮັດໃຫ້ແຟນຄິດຮອດເຮົາຕະຫຼອດເວລາ

6 ເຄັດລັບຄູ່ຮັກ ທີ່ຈະເຮັດໃຫ້ແຟນຄິດຮອດເຮົາຕະຫຼອດເວລາ


1.ເວັ້ນໄລຍະຫ່າງໃຫ້ກັນ: ການເຮັດໂຕຕິດກັນຕະຫຼອດເວລາ ບໍ່ໄດ້ເຮັດໃຫ້ແຟນມັກແລະຮັກເຮົາຫຼາຍຂຶ້ນສະເໝີໄປ ແຕ່ຈະເຮັດໃຫ້ເຂົາອຶດອັດຈົນຫານໃຈບໍ່ອອກຫຼາຍກວ່າ ໃຫ້ເຂົາໄດ້ມີໂອກາດໄດ້ຢູ່ກັບຕົນເອງຄອບຄົວແລະໝູ່ເພື່ອນເບິ່ງ.


ເພາະນອກຈາກເວລານັ້ນແລ້ວເຂົາຈະໄດ້ຄິດຮອດເຮົາ ເຊື່ອໄດ້ເລີຍວ່າການເວັ້ນໄລຍະຫ່າງໄວ້ໃຫ້ພໍດີ ຈະເຮັດໃຫ້ເຂົາສະບາຍຫວ່າທີ່ມີເຮົາຕິດກັນຢູ່ຕະຫຼອດເວລາຈົນເຮັດໃຫ້ໄປໃສມາໃສລຳບາກ.
2.ຄວາມສະບານໃຈຄືສິ່ງທີ່ຜູ້ຊາຍຕ້ອງການ: ການໃຊ້ຊີວິດແຕ່ລະມື້ກໍມີເລື່ອງໃຫ້ເມື່ອຍຢູ່ແລ້ວ ຫາກວ່າເຮົາຕ້ອງມາພົບກັບແຟນທີ່ເຮັດໃຫ້ລຳບາກໃຈໜັກເຂົ້າໄປກວ່າເກົ່າອີກ, ເອົາແຕ່ໃຈ ຂີ້ຫວງເອົາແຕ່ຊວນຜິດຖຽງກັນແບບນີ້ເຂົາກໍຄົງຢາກຈະໜີຫ່າງຫຼາຍກວ່າຢາກຢູ່ນຳ


3.ຢອດແຊວສະເໜີຄືກັບຊ່ວງຈີບກັນໃໝ່ໆ: ຫຼາຍໆຄູ່ຄວາມຫວານມີແຕ່ໃນຊ່ວງທີ່ຈີບກັນໃໝ່ໆພຽງຢ່າງດຽວ ພໍຄົບກັນແລ້ວບົດສົນທະນາກໍທຳມະດາໄປ ເຮັດໃຫ້ຄູ່ຮັກເລີ່ມຈືດຈາງລົງໄປ,ເຮັດໃຫ້ບໍ່ມີຄວາມຕື່ນເຕັ້ນຄືໃນຕອນຈີບກັນໃໝ່ໆ
4.ໃຫ້ຄວາມຫ່ວງໃຍທີ່ບໍ່ຫຼາຍເກີນໄປ: ຄວາມຮັກແລະຄວາມຫ່ວງໃຍເປັນເລື່ອງທີ່ສຳຄັນສຳລັບຄູ່ຮັກທຸກໆຄູ່ຢູ່ແລ້ວ ແຕ່ວ່າສຳລັບຜູ້ຊາຍການທີ່ເຮົາສະແດງອອກຫຼາຍເກີນໄປຈະເຮັດໃຫ້ເຂົາຮູ້ສຶກອຶດອັດ ເປັນແບບຄືຢູ່ກັບແມ່ຫຼາຍກວ່າຢູ່ກັບແຟນ ເຂົາຕ້ອງການກຳລັງໃຈຈະໄດ້ໃຊ້ຊີວິດຕໍ່ໄປຢ່າງມີຄວາມສຸກ ບໍ່ແມ່ນຄົນທີ່ຄອຍຈູ້ຈີ້ຈຸກຈິກຕະຫຼອດເວລາ.


5.ເຮັດຕົວໃຫ້ເປັນຄວາມສຸກຂອງເຂົາ: ເຮັດໂຕໃຫ້ເປັນນາງຟ້າທີ່ໃຈດີມາຢຽວຢາຈິດໃຈຂອງເຂົາໄດ້ຢູ່ສະເໝີ ຕາມໃຈໃນສິ່ງທີ່ເຂົາຢາກເຮັດຫຼືວ່າຊ່ວຍນຳສະເໜີໃນສິ່ງແກ້ເບື່ອແກ້ເຊັງໃຫ້ກັບເຂົາໄດ້ ຮູ້ດີວ່າເຂົາມັກຫຼືບໍ່ມັກຫຍັງ ໄປໃສມາໃສກັບເຂົາໂດຍທີ່ບໍ່ຕ້ອງຫ່ວງງາມເກີນໄປ ເຮັດໃຫ້ເຂົາມີຮອຍຍິ້ມແລະສຽງຫົວ


6.ຈັດໃຫ້ນັກເລື່ອງເທິງຕຽງ: ເປັນແຟນກັນແລ້ວເລື່ອງພວກນີ້ບໍ່ຕ້ອງອາຍ ບໍ່ແມ່ນເວລາທີ່ຈະມາຫວງເນື້ອຫວງໂຕຄືກັບຕອນທີ່ຈີບກັນໃໝ່ ສາວອາດຈະເຂົ້າໃຈວ່າຜູ້ຊາຍຢາກທີ່ຈະລອງກັບຄົນອື່ນໆ ສະແຫວງຫາລົດຊາດໃໝ່ໆຕະຫຼອດເວລາ ແຕ່ໃນຄວາມເປັນຈິງແລ້ວກັບຄົນເກົ່າທີ່ແຊບໆ,ເຖິງໃຈຮູ້ໃຈຈຸດທີ່ເຂົາມັກນີ້ແລະດີກວ່າແຖມເປັນຄົນຮັກຂອງເຂົາຄືທີ່ສຸດແລ້ວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page