ທະເລເດືອດແນ່ນອນ! ສີ ຈິ້ນຜິງ-ປູຕິນ ຈະເຂົ້າຮ່ວມກອງປະຊຸມ G20 ທີ່ບາຫຼີ

ທະເລເດືອດແນ່ນອນ! ສີ ຈິ້ນຜິງ-ປູຕິນ ຈະເຂົ້າຮ່ວມກອງປະຊຸມ G20 ທີ່ບາຫຼີ


ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ແລະປະທານາທິບໍດີ ວາລາດິມີ ປູຕິນ ແຫ່ງຣັດເຊຍ ຈະເດີນທາງມາຮ່ວມການປະຊຸມສຸດຍອດຜູ້ນຳກຸ່ມ G20 ເຊິ່ງຈະຈັດຂຶ້ນທີ່ເກາະບາຫຼີ ຂອງອິນໂດເນເຊຍໃນເດືອນພະຈິກນີ້ ຕາມຄຳຢືນຢັນຂອງທີ່ປຶກສາຂອງຜູ້ນຳອິເໜົາ


ອັນດີ ວິຈັນໂຕ ອາດີດເລຂາທິການຄະນະລັດຖະມົນຕີແລະທີ່ປຶກສາບໍ່ເປັນທາງການຂອງປະທານາທິບໍດີ ໂຈໂກ ວິໂດໂດຫຼື “ໂຈໂກວີ” ຢືນຢັນວ່າຜູ້ນຳຊາດມະຫາອຳນາດທັງສອງຮັບປາກຈະໄປຮ່ວການປະຊຸມທີ່ບາຫຼີ
“ປະທານາທິບໍດີ ໂຈໂກວີ ບອກວ່າ ສີ ຈິ້ນຜິງ ແລະ ປູຕິນ ມີແຜນຈະເດີນທາງໄປບາຫຼີທັງສອງ” ວິດຈາຈັນໂຕ ເຊິ່ງປຫະຈຸບັນເປັນຜູ້ອຳນວຍການສະຖາບັນຄວາມຜ່ອນຜັນແຫ່ງຊາດຂອງອິນໂດເນເຊຍລະບຸ


ກະຊວງການຕ່າງປະເທດຈີນຍັງບໍ່ໄດ້ຕອບຄຳຖາມໃນປະເດັນນີ້ ສ່ວນໂຄສົກທຳນຽບເຄມລິນກໍປິດປາກມິດຫງຽບເຊັ່ນກັນ ເຊິ່ງຈາກແຫຫຼ່ງຂ່າວເຈົ້າໜ້າທີ່ຣັດເຊຍອີກຄົນຢືນຢັນວ່າ ປູຕິນ ມີແຜນທີ່ຈະໄປຢ້ຽມອິນໂດເນເຊຍແທ້ ເຊິ່ງປະທານາທິບໍດີໂຈ ໄບເດັນກຳໜົດການເຂົ້າຮ່ວມກອງປະຊຸມ G20 ເຊັ່ນດຽວກັນ ແຕ່ທຳນຽບບໍ່ຢືນຢັນວ່າເຂົາຈະພົບກັບສີ ຈິ້ນຜິງ ດ້ວຍຫຼືບໍ່

Leave a Reply

Your email address will not be published. Required fields are marked *

You cannot copy content of this page